ອັດກອງປະຊຸມລັດຖະມົນຕີ 12 ປະເທດເຂົ້າຮ່ວມການເຈລະຈາ TPP ຄັ້ງທີ 19

ອັດກອງປະຊຸມລັດຖະມົນຕີ 12 ປະເທດເຂົ້າຮ່ວມການເຈລະຈາ TPP ຄັ້ງທີ 19 - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/8, ກອງ​ປະຊຸມ​ລັດຖະມົນຕີ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ທີ 19 ​ເພື່ອ​ແນ​ໃສ່​ສ້າງສັນ​ຍາຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP) ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນຫຼວງ Bandar Seri Begawan ​ຂອງ ບຣູ​ໄນ ດ້ວຍ​ການ​ອອກຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ​ໄດ້​​ເນັ້ນ​ໜັກຄືນ​ໃໝ່​ຄຳ​ໝັ້ນ​ໝາຍ​ສ້າງ​ສຳ​ເລັດ​ສັນຍາການ​ຄ້າ​​ເສລີ​ພາກ​ພື້ນ​ໃນ​ປີ​ນີ້, ​ແຕ່​ກໍ່​ຕ້ອງ​ຮັບ​ຮູ້ວ່າ ​ຍັງ​ມີ​ສິ່ງ​ກີດຂວາງ​ໃນ​ຫຼາຍ​ຂົງ​ເຂດ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: “ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ ​ເຈລະຈາ TPP ​ໄດ້​ຊອກ​ຫາ​ບັນດາ​ວິທີ​ສົ່ງ​​ເສີມ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ບັນດາ​ຝ່າຍ”. ຕາມ​ນັ້ນ​ແລ້ວ, ບັນດາ​ຂົງ​ເຂດ​ຈຸດ​ສຸ​ມລວມ​ມີ​ການ​ສຳ​ພັດ​ຕະຫຼາດ, ການ​ບໍລິການ​ການ​ເງິນ, ການ​ເກັບ​ຊື້​ຂອງ​ລັດຖະບານ ​ແລະ ຊັບ​ສິນ​ທາງ​ປັນຍາ. ບັນດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ສືບ​ຕໍ່ “​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ” ​ໃນ​ໄລຍະ​ແຕ່​ນີ້​ຮອ​​ດກອງ​ປະຊຸມ​ບັນດາ​ການ​ນຳ​ອົງການ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີຟິກ (APEC), ຄາດ​ວ່າ​ຈະ​ດຳ​ເນີ​ນ​ໄປ​ຢູ່ Bali, ປະ​ເທດ ອິນ​ໂດ​ເນ​ເຊຍ ​ໃນ​ເດືອນ 10 ຈະ​ມາ​ເຖິງ, ພ້ອມທັງ​ໃຫ້​ຮູ້​ວ່າ: ຄາດ​ວ່າ, ບັນດາ​ການ​ນຳ TPP ຈະ​ມີ​ການ​ພົບ​ປະຢູ່ນອກ​ກອງ​ປະຊຸມ. ຄຽງ​ຄູ່​ກັບ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ຂອງ​ທົ່ວ​ກຸ່ມ, ບັນດາ​ລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ລັດຖະມົນຕີ​ຂອງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສະມາຊິກ TPP ອື່ນ​ຈະ​ຈັດ​ຕັ້ງບັນດາກ​ອງປະຊຸມ 2 ຝ່າຍ. ຄາດ​ວ່າ, ບັນດາ​ປະ​ເທດ​ສະມາຊິກ​ຈະ​ຍົກ​ອອກ​ບັນດາ​ຄຳ​ຮຽກຮ້ອງ ​ແລະ ຂໍ້​ສະ​ເໜີ​ຂອງ​ຕົນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ພາສີ​ອາກອນ​ທີ່​ກອງ​ປະຊຸມ​ຄັ້ງ​ຕ່າງໆ​ນີ້.

ຂ່າວ/ບົດ​ອື່ນ