(vovworld) – ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat) ໄດ້ອັດລົງຢູ່ມາເລເຊຍ, ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (27 – 28/01). ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີນຳກັນວ່າ ປະຊາຄົມອາຊຽນ ໄດ້ຮັບການສ້າງຈັ້ງຖືກກັບຈຸດເວລາທີ່ໄດ້ວາງອອກຄືວັນທີ 31/12/2015, ຕ້ອງມີຄຳໝັ້ນສັນຍາການເມືອງຢ່າງແຮງກວ່າ ແລະ ລົງທຶນໃຫ້ແຫຼ່ງກຳລັງຢ່າງເໝາະສົມກວ່າ; ຖືການສົມທົບລະຫວ່າງຜົນປະໂຫຍດແຫ່ງຊາດກັບຜົນປະໂຫຍດລວມຂອງອາຊຽນ.
ກ່ຽວກັບວິໄສທັດອາຊຽນ ພາຍຫຼັງປີ 2015, ອາຊຽນ ໄດ້ສ້າງຕັ້ງກຸ່ມຮັບຜິດຊອບຂັ້ນສູງພິເສດຮຽບຮຽງເອກະສານວິໄສທັດ ພ້ອມກັບບັນດາແຜນການເຄື່ອນໄຫວໃຫ້ແຕ່ລະເສົ້າຄ້ຳໃນປະຊາຄົມອາຊຽນ ເພື່ອແນໃສ່ວາງອອກການກຳນົດທິດ, ຄາດໝາຍ, ວິທີການ ແລະ ມາດຕະການຊຸກຍູ້ການເຊື່ອມຕໍ່ອາຊຽນ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານກວ່າໃນໄລຍະ 2016 – 2025.
ເພື່ອເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນການສ້າງໂຄງປະກອບພາກພື້ນທີ່ພວມໄດ້ຮັບການສ້າງຕັ້ງ, ບັນດາລັດຖະມົນຕີໄດ້ເຫັນດີເພີ່ມທະວີການເຊື່ອມຕໍ່ພາຍໃນກຸ່ມ, ສາມັກຄີ ແລະ ເອກະພາບໃນອາຊຽນ, ສ້າງພື້ນຖານເພື່ອຍົກສູງຄວາມເຫັນດີເຫັນພ້ອມ ແລະ ສຽງເວົ້າລວມກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ.
ກ່ຽວກັບສະພາບການໃນພາກພື້ນ ແລະ ຢູ່ໃນໂລກ, ກອງປະຊຸມໄດ້ອອກຖະແຫຼງການຮ່ວມຂອງບັນດາລັດຖະມົນຕີອາຊຽນ ກ່າວປະນາມການການກະທຳໃຊ້ຄວາມຮຸນແຮງ ແລະ ໂຫດຮ້າຍສາມານຂອງບັນດາອົງການຫົວຮຸນແຮງຢູ່ອີຮັກ ແລະ ຊີຣີ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີໄດ້ສະແດງຄວາມວິຕົກກັງວົງຕໍ່ບັນດາການຜັນແປທີ່ສັບສົນຫວ່າງແລ້ວນີ້ຢູ່ເຂດທະເລ, ໃນນັ້ນມີການສ້າງບັນດາເກາະຫີນທີ່ມີຂອບຂະໜາດໃຫຍ່; ສະເໜີໃຫ້ທຸກຝ່າຍຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.
ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ນຳໜ້າ, ໄດ້ມີບັນດາການປະກອບສ່ວນລະອຽດສຳຄັນທີ່ກອງປະຊຸມ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ, ອາຊຽນ ຕ້ອງເສີມຂະຫຍາຍບົດບາດເປັນເຈົ້າການຂອງສະຫະສະມາຄົມ ໃນການຮັບປະກັນສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ, ສຸມໃສ່ຫັນບັນດາມາດຕະການແກ້ໄຂເປັນລະອຽດ ເພື່ອແນໃສ່ຜັນຂະຫຍາຍຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພິເສດແມ່ນມາດຕາ 5 ກ່ຽວກັບຄວາມສະງັບໃຈ ແລະ ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ຍູ້ແຮງການເຈລະຈາຢ່າງແທດຈິງ ເພື່ອບັນລຸມະມວນຂໍ້ກຳນົດ COC ໂດຍໄວ.