(VOVWORLD) - ຕອນຄ່ຳວັນທີ 26 ສິງຫາ, ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ໄດ້ອັດລົງຢູ່ນະຄອນ Biarritz ທາງທິດຕາເວັນຕົກສ່ຽງໃຕ້ປະເທດຝະລັ່ງ.
(ພາບ: Reuters)
|
ກ່າວຄຳເຫັນທີ່ການປະຊຸມຂ່າວກັບປະທານາທິບໍດີອາເມລິກາ Donald Trump, ທ່ານປະທານາບໍດີຝະລັ່ງ Emmanuel Macron ຊົມເຊີຍເລື່ອງບັນລຸໄດ້ຄວາມເຫັນດີເຫັນພ້ອມຢູ່ກອງປະຊຸມກ່ຽວກັບບັນດາບັນຫາສາກົນ, ໃນນັ້ນມີວິກິດການນິວເຄຼຍຂອງອີຣານ, ການຄ້າ ແລະ ເຫດໄຟໄໝ້ປ່າ Amazon ແມ່ນບັນຫາໃຈກາງ. ຕາມທ່ານແລ້ວ, ບັນດາການນຳ G7 ຊອກເຫັນໄດ້ຈຸດລວມທີ່ຕັ້ງໜ້າທີ່ສຸດ ແລະ ບໍ່ເຄີຍມີມາກ່ອນ, ອະນຸຍາດໃຫ້ປະເທດຕ່າງໆມຸ່ງໄປສູ່ທາງໜ້າຕາມວິທີທີ່ມີປະສິດທິຜົນກ່ວາ. ກ່ຽວກັບບັນຫານິວເຄຼຍຂອງອີຣານ, ທ່ານປະທານາບໍດີຝະລັ່ງ Emmanuel Macron ໃຫ້ຮູ້ວ່າ: ຝ່າຍຕ່າງໆໄດ້ເຫັນດີເປັນເອກະພາບກ່ຽວກັບສອງບັນຫາສຳຄັນ ນັ້ນແມ່ນອີຣານ ບໍ່ມີສິດກຳມະສິດດ້ານອາວຸດນິວເຄຼຍ ແລະ ສະພາບການປະຈຸບັນ ບໍ່ອະນຸຍາດໃຫ້ນາບຂູ່ເຖິງສະຖຽນລະພາບຂອງພາກພື້ນ.
ໃນວັນດຽວກັນ, ຝະລັ່ງ ໄດ້ປະກາດໃຊ້ຖະແຫຼງການສັ້ນເມື່ອອັດກອງປະຊຸມ ສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ກ່ຽວກັບຫຼາຍບັນຫາ, ແຕ່ກໍ່ບໍ່ແມ່ນຖະແຫຼງຂ່າວທີ່ເຄີຍມີຢູ່ກອງປະຊຸມສຸດຍອດປະຈຳປີ. ບັນດາບັນຫາໄດ້ເຕື້ອງເຖິງໃນຖະແຫຼງການນີ້ລວມມີ: ອິຣານ, ລີບີ, ຢູແກຼນ ແລະ ຮົງກົງ. ຖະແຫຼງການໃຫ້ຮູ້ວ່າ: 7 ປະເທດສະມາຊິກໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຄ້າສາກົນຢ່າງຍຸດຕິທຳ, ເປີດປະຕູ ແລະ ເພື່ອສະຖຽນລະພາບຂອງເສດຖະກິດທົ່ວໂລກ.