(ພາບ: http://vtv.vn)
(vovworld)- ກອງປະຊຸມສຸດຍອດນາໂຕໄດ້ອັດລົງໃນວັນທີ 5/9 ດ້ວຍການຮັບຮອງເອົາແຜນການເຄື່ອນໄຫວຍົກສູງຄວາມສາມາດກຽມພ້ອມສູ້ຮົບຂອງພັນທະມິດ. ຕາມທ່ານເລຂາທິການໃຫ່ຍນາໂຕ Anders Fogh Rasmussen ແລ້ວ, ຈະສ້າງຕັ້ງກຸ່ມປະຈັນບານພິເສດດ້ວຍຈຳນວນນັບພັນຄົນທີ່ມີຄວາມສາມາດຜັນຂະຫຍາຍຢູ່ບໍ່ວ່າແຫ່ງໃດໃນໂລກໃນຮອບເວລາ 2 ວັນ. ທ່ານ Rasmussen ເນັ້ນໜັກວ່າ, ບັນດາມາດຕະການໄດ້ຮັບຄວາມເປັນເອກະພາບຈາກນາໂຕ ຄວນກ່າວເຕືອນວ່າ ບັນດາສັດຕູຂອງນາໂຕຈະຖືກທົ່ວພັນທະມິດຕ້ານຄືນ ແລະ ທ່ານຢັ້ງຢືນວ່າ: ສົນທີສັນຍາພື້ນຖານລັດເຊຍ-ນາໂຕ 1997 ຍັງມີຜົນສັນສິດຢູ່. ພາຍຫຼັງອັດກອງປະຊຸມສຸດຍອດນາໂຕ, ກະຊວງການຕ່າງປະເທດລັດເຊຍ ໄດ້ອອກຖະແຫຼງການກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງນີ້, ໃນນັ້ນ ຊີ້ແຈ້ງວ່າ, ການຊ້ອມຮົມຂອງນາໂຕຢູ່ ຢູແກຼນ ກ່ອນທ້າຍປີ 2014 ຈະເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ./.