ອັດກອງປະຊຸມສູນກາງ ຄັ້ງທີ 4 ຊຸດທີ 18 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ
ນັກຂ່າວ VOV ປະຈຳຈີນ -  
(ພາບປະກອບ)
(vovworld) – ພາຍຫຼັງເຮັດວຽກມາເປັນເວລາ 4 ວັນ, ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ 18 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ໄດ້ອັດລົງຢູ່ນະຄອນຫຼວງປັກກິງ. ນີ້ແມ່ນເທື່ອທຳອິດທີ່ບັນຫາຊຸກຍູ້ການຄຸ້ມຄອງປະເທດດ້ວຍກົດໝາຍຢ່າງຮອບດ້ານ, ຫຼືເອີ້ນວ່າ ” ຖືກົດໝາຍເປັນຫຼັກ” ຖືກຍົກອອກມາປຶກສາຫາລືທີ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ
ກອງປະຊຸມໄດ້ອອກແຈ້ງການດ້ວຍ 6 ໜ້າທີ່ຕົ້ນຕໍ, ເພື່ອແນໃສ່ເພີ່ມທະວີວຽກງານ ໃຊ້ກົດໝາຍເປັນຫຼັກ. 6 ໜ້າທີ່ນັ້ນແມ່ນ: ປັບປຸງລະບົບກົດໝາຍສັງຄົມນິຍົມທີ່ເຂັ້ມຄົ້ນໄປດ້ວຍສີສັນຂອງຈີນ ໂດຍຖືລັດຖະທຳມະນູນເປັນຫຼັກ; ເພີ່ມທະວີປະຕິບັດການຄຸ້ມຄອງການບໍລິຫານຕາມກົດໝາຍ, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ; ຮັບປະກັນລະບົບກົດໝາຍຍຸຕິທຳ, ເພີ່ມ ຄວາມໄວ້ເນື້ອເຊື່ອໃຈຕໍ່ກົດໝາຍຂອງລັດ; ເພີ່ມທະວີການໂຄສະນາກ່ຽວກັບຄວາມສຳນຶກ ” ຖືກົດໝາຍເປັນຫຼັກ” ເຖິງທົ່ວປວງຊົນ, ຊຸກຍູ້ການກໍ່ສ້າງສັງຄົມຖືກົດໝາຍເປັນຫຼັກ; ຍູ້ແຮງການກໍ່ສ້າງຖັນແຖວພະນັກງານເຮັດວຽກງານ ຖືກົດໝາຍເປັນຫຼັກ; ເພີ່ມທະວີ ແລະ ປ່ຽນໃໝ່ວຽກງານຊີ້ນຳນຳພາຂອງພັກໃນການຊຸກຍູ້ການຄຸ້ມຄອງລັດຕາມກົດໝາຍຢ່າງຮອບດ້ານ
ນັກຂ່າວ VOV ປະຈຳຈີນ