ອັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

ອັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ - ảnh 1
ພາບປະກອບຈາກ VTV

(vovworld) – ຕອນ​ເຊົ້າ​ວັນ​ທີ 9/9, ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ສະ​ເພາະ​ກິດ​​ໄດ້ອັດ​ລົງ​ພາຍຫຼັງ​ຖືກດຳ​ເນີນ​ເປັນ​ເວລາ 2 ວັນ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ສະມາຄົມ, ສສຊ ບາງ​ທ່ານຖື​ວ່າ​ຕ້ອງ​ມີ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ການຈັດປະ​ເພດ​ສະມາຄົມ ຈາ​ກນັ້ນ ມີ​ນະ​ໂຍບາຍ​ເໝາະ​ສົມ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ. ທີ່​ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ, ທຸກໆ​ສະມາຄົມ​ລ້ວນ​​ແຕ່​ຕ້ອງ​ຈົດ​ທະບຽນ​ກັບອົງການ​ຄຸ້ມ​ຄອງ​​ລັດ. ສສຊ ​ເຈືອງ​​ແອ​ງຕ໋ວນ, ສັງ​ກັດຄະນະ ສສຊ ​ແຂວງ ນາມ​ດິ້ງ, ຊີ້​ແຈ້ງວ່າ:

        “ມີ​ຫຼາຍ​ຄຳ​ເຫັນ​ຂອງ​ບັນດາ ສສຊ ຊື່​ອອກວ່າ​ແມ່ນ​ສະມາຄົມ​ຕ້ອງ​ຈົດ​ທະບຽນ​​ເພື່ອ​ໃຫ້​ລັດ​ຄຸ້ມ​ຄອງ. ​ແຕ່​ຂ້າ​ເຈົ້າ​ຄິດ​ວ່າ ບາງ​ເທື່ອ​ມີ​ສະມາຄົມ​ບໍ່​ເປັນ​ທາງ​ການ​ຄື: ສະມາຄົມ​​ໄທບ້ານ​ດຽວກັນ, ສະມາຄົມ​​ມູນ​ເຊື້ອ... ພວກ​ເຮົາ​ບໍ່​ສາມາດ​ເວົ້າ​ວ່າ​ພວກ​ເຮົາ​ຄຸ້ມ​ຄອງ​ດີ​ໄດ້. ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ​ແມ່ນ​ສຳລັບ​ສະມາຄົມ​ບໍ່​ມີ​ຖານະ​ນິຕິບຸກຄົນ, ສະມາຄົມ​ບໍ່​ຕ້ອງ​ຈົດ​ທະບຽນ ​ແລະ ​ຜູ້​ເຂົ້າ​ຮ່ວມ​ຕ້ອງ​ຮັບຜິດຊອບ​ຕໍ່​ກົດໝາຍ.”


ຕອບກັບ

ຂ່າວ/ບົດ​ອື່ນ