(ພາບປະກອບ)
(vovworld)- ຕອນເຊົ້າວັນທີ 24/6, ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ສິ້ນສຸດລົງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ: ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ປຶກສາຫາລື, ຕີລາຄາສະພາບການປະຕິບັດການພັດທະນາເສດຖະກິດ-ສັງຄົມປີ 2013 ແລະ ຊຸມເດືອນຕົ້ນປີ 2014. ສະພາແຫ່ງຊາດຮັບຮູ້ຄວາມຕັດສິນໃຈ, ຄວາມມານະພະຍາຍາມສູງຂອງລັດຖະບານ, ບັນດາຂະແໜງ, ຂັ້ນຕ່າງໆ, ບັນດາວິສາຫະກິດພ້ອມກັບປະຊາຊົນທົ່ວປະເທດໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການສ້າງສະຖຽນລະພາບ ແລະ ພັດທະນາປະເທດຊາດ. ສະພາແຫ່ງຊາດໄດ້ຊີ້ອອກບັນດາຂໍ້ຕິດຂັດໃນບັນດາຂະແໜງ, ຂົງເຂດຕ່າງໆຂອງຊີວິດເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນໃນສະພາບການເອກະລາດ, ອະທິປະໄຕ, ຄວາມສະຫງົບປອດໄພຂອງປະເທດຊາດພວມຖືກນາບຂູ່ນັ້ນ, ໜ້າທີ່ພັດທະນາເສດຖະກິດສັງຄົມໃນປີ 2014 ແລະ ຊຸມປີຕໍ່ໄປແມ່ນຫຍຸ້ງຍາກທີ່ສຸດ:
“ສະພາແຫ່ງຊາດໄດ້ປຶກສາຫາລືຢ່າງເລິກເຊິ່ງ, ຮອບດ້ານ ແລະ ວາງອອກບັນດາມາດຕະການສຳຄັນທີ່ຕັ້ງໜ້າ. ສະພາແຫ່ງຊາດຮຽກຮ້ອງລັດຖະບານ, ບັນດາຂະແໜງການ, ຂັ້ນຕ່າງໆຈົ່ງຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ສາມັກຄີກັນ, ເອກະພາບພ້ອມກັບຖັນແຖວນັກທຸລະກິດ ແລະ ປະຊາຊົນ, ນັກຮົບທົ່ວປະເທດເສີມຂະຫຍາຍກຳລັງພາຍໃນ, ສູ້ຊົນປະຕິບັດສຳເລັດໜ້າທີ່ເສດຖະກິດສັງຄົມປີ 2014 ແລະ ໄລຍະ 5 ປີຄືແຕ່ປີ 2011-2015 ຢ່າງມີໄຊ; ເດັດດ່ຽວປົກປັກຮັກສາເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມສະຫງົບປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ“.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ດຳເນີນໄປໃນສະພາບການພາກພື້ນ ແລະ ໂລກມີການຜັນແປທີ່ສັບສົນ, ບໍ່ອາດຄາດຄະເນໄດ້. ດ້ວຍເຈດຕະນາຢຶດຄອງທະເລຕາເວັນອອກ, ຈີນ ໄດ້ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ເອກະລາດ, ອະທິປະໄຕແຫ່ງຊາດ, ຄວາມເສລີພາບໃນການເດີນທະເລ, ການບິນຢູ່ ທະເລຕາເວັນອອກຖືກນາບຂູ່ຢ່າງຮ້າຍແຮງ. ສະພາແຫ່ງຊາດຢືນຢັນວ່າ: ການກະທຳຂອງຈີນ ໄດ້ລະເມີດອະທິປະໄຕ, ສິດອະທິປະໄຕ, ອຳນາດສານຂອງຫວຽດນາມ, ລະເມີດກົດໝາຍສາກົນ.
“ສະພາແຫ່ງຊາດໄດ້ອອກແຈ້ງການປະກາດຫຼັກໝັ້ນເປັນທຳຂອງຫວຽດນາມ, ເດັດດ່ຽວຄັດຄ້ານການກະທຳທີ່ຜິດພາດຂອງຈີນ, ຮຽກຮ້ອງຈີນ ຈົ່ງຖອນຮ້ານເຈະນ້ຳມັນໄຮຢາງ 981 ອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ແລະ ບໍ່ໄດ້ດຳເນີນການກະທຳຄືແນວນັ້ນຄືນໃໝ່ອີກ. ສະພາແຫ່ງຊາດຮຽກຮ້ອງປະຊາຊົນ, ນັກຮົບທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງສາມັກຄີກັນເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງໃນການກະທຳ, ສະໜັບສະໜູນ ແລະ ປະຕິບັດແຜນນະໂຍບາຍຂອງພັກ, ລັດ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນບົນພື້ນຖານກົດໝາຍສາກົນ, ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ“.
ດ້ວຍຈິດໃຈຮີບເຮັ່ງຜັນຂະຫຍາຍການປະຕິບັດລັດຖະທຳມະນູນສະບັບໃໝ່, ທີ່ສະໄຫມປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ປຶກສາຫາລື, ຮັບຮອງເອົາກົດໝາຍ 11 ສະບັບ, ມະຕິ 2 ສະບັບ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 16 ສະບັບ ແລະ ຮ່າງມະຕິອີກສະບັບ 1./.