(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ວັນທີ 29/11, ກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ສິ້ນສຸດລົງ, ດ້ວຍບັນດາຂໍ້ສະເໜີແນະທີ່ມີຄຸນຄ່າ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນໄລຍະຈະມາເຖິງ.
ບັນດາຜູ້ແທນໄດ້ຕີລາຄາສູງບັນດາຜົນງານຂອງໂຄງການຫຼຸດຜ່ອນຄວາມທຸກຍາກຕ່າງໆຂອງຫວຽດນາມ, ອັນໄດ້ຊ່ວຍແກ້ໄຂບັນດາບັນຫາສັງຄົມເປັນຢ່າງດີ, ຫຼຸດຜ່ອນຄວາມທຸກຍາກຢ່າງໄວ ແລະ ໝັ້ນຄົງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມຫງອກ ຢືນຢັນວ່າ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບັນດາໝາກຜົນອັນດີງາມຂອງກອງປະຊຸມຄັ້ງນີ້, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ພັດທະນານັບທັງລວງກວ້າງ ແລະ ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຢ່າງໝັ້ນຄົງ, ເພີ່ມທະວີຄວາມເຂົ້າໃຈ ແລະ ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນໂລກ. ”
ກອງປະຊຸມໄດ້ອອກຖະແຫຼງການຮ່ວມໂດຍເນັ້ນໜັກວ່າ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊອກຫາ, ຂຸດຄົ້ນບັນດາແຫຼ່ງທຶນອຸປະຖຳ ແລະ ບັນດາແຫ່ງກຳລັງຈາກພາຍນອກ ເພື່ອໜູນຊ່ວຍຫວຽດນາມ ຢ່າງມີປະສິດທິຜົນກວ່າ. ສ່ວນຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປົວແປງສະພາບແວດລ້ອມດ້ານກົດໝາຍ ແລະ ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ຫວຽດນາມ.