ອັດກອງປະຊຸມສຳມະນາພາກພື້ນ ອາຊຽນ ແລະ ທະເລຕາເວັນອອກ
ກອງປະຊຸມໄດ້ສິ້ນສຸດລົງພາຍຫຼັງ ດຳເນີນມາເປັນເວລາ 2 ວັນ
(ພາບ: baodatviet.vn)
(vovworld) – ຕອນບ່າຍວັນທີ 20/9, ກອງປະຊຸມສຳມະນາພາກພື້ນ ອາຊຽນ ແລະ ທະເລຕາເວັນອອກ: ຜົນສຳເລັດ, ການທ້າທາຍ ແລະ ກຳນົດທິດໃຫ້ແກ່ອະນາຄົດ, ໄດ້ສິ້ນສຸດລົງພາຍຫຼັງ ດຳເນີນມາເປັນເວລາ 2 ວັນ. ບັນດານັກຮຽນຮູ້ ແລະ ນັກຊ່ຽວຊານຂອງ ອາຊຽນ, ຈີນ ແລະ ບັນດາປະເທດໃນພາກພື້ນເຂົ້າຮ່ວມກອງປະຊຸມສຳມະນາໄດ້ແລກປ່ຽນບັນດາທັດສະນະແທດຈິງກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຍາວນານຢູ່ ທະເລຕາເວັນອອກ, ຜ່ານການຊຸກຍູ້ການເຈລະຈາປະມວນຂໍ້ກຳນົດກ່ຽວກັບການປະພຶດລະຫວ່າງ ອາຊຽນ ແລະ ຈີນ... ບັນດາຜູ້ແທນສຸມໃສ່ຕີລາຄາບັນດາຜົນສຳເລັດ, ຄວາມຈຳກັດຂອງການຮ່ວມມື ອາຊຽນ, ກໍ່ຄືການຮ່ວມມື ອາຊຽນ ກັບ ຈີນ ກ່ຽວກັບບັນຫາທະເລຕາເວັນອອກ, ຊອກຫາມາດຕະການເພື່ອໃຫ້ອາຊຽນ ແລະ ຈີນ ສືບຕໍ່ຮ່ວມມືແກ້ໄຂບັນຫາທະເລຕາເວັນອອກ ໃນໄລຍະຈະມາເຖິງ ແລະ ຊອກຫາວິທີສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບທະເລຕາເວັນອອກ (COC). ກອງປະຊຸມສຳມະນາຄັ້ງນີ້ກໍ່ສະແດງໃຫ້ເຫັນການປ່ຽນແປງທັດສະນະຮັບຮູ້ບັນຫາຂອງຜູ້ແທນ ອາຊຽນ ແລະ ຈີນ ກ່ຽວກັບບັນຫາທະເລຕາເວັນອອກ.