ອັດ​ກອງ​ປະ​ຊຸມ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13

(VOVWORLD) - ຕອນບ່າຍວັນທີ 28 ພຶດສະພາ, ຢູ່ນະຄອນຫຼວງປັກກິງ ປະເທດຈີນ, ກອງປະຊຸມເທື່ອທີ 3 ສະພາແຫ່ງຊາດຈີນຊຸດທີ 13 ໄດ້ອັດລົງພາຍຫຼັງດຳເນີນ ມາເປັນເວລາ 1 ອາທິດ.
ອັດ​ກອງ​ປະ​ຊຸມ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 - ảnh 1

(ພາບ: ຂ່າວສານຊີນຮົວ)

    ທີ່ວາລະອັດກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດຈີນ ໄດ້ລົງຄະແນນສຽງຮັບຮອງເອົາບັນດາມະຕິ, ປະມວນກົດໝາຍ ແລະ ຂໍ້ຕົກລົງສຳຄັນ, ໃນນັ້ນ, ໜ້າສົນໃຈແມ່ນຂໍ້ຕົກລົງກ່ຽວກັບການບູລະນະລະບອບກົດໝາຍ ແລະ ກົນໄກການປະຕິບັດການປ້ອງກັນຄວາມສະຫງົບແຫ່ງຊາດຢູ່ເຂດປົກຄອງພິເສດ ຮົງກົງ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລີຈານຊູ ປະທານສະພາແຫ່ງຊາດຈີນ ເນັ້ນໜັກວ່າ ນີ້ແມ່ນວຽກງານທີ່ຈດຳເປັນ ເພື່ອແນໃສ່ຊາບຊຶມເນື້ອໃນຈິດໃຈກອງປະຊຸມສູນກາງພັກກອມມູນິດຈີນຄັ້ງທີ 4, ເດັດດ່ຽວ ແລະ ສ້າງຫຼັກການ “ປະເທດດຽວ ສອງລະບອບ” ໃຫ້ສົມບູນແບບ,  ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງ ຮົງກົງ.

  ພາຍຫຼັງຂໍ້ຕົກລົງດັ່ງກ່າວໄດ້ຮັບຮອງເອົາ, ຄະນະປະຈຳສະພາແຫ່ງຊາດຈີນ ຈະຖືກມອບໝາຍສິດສ້າງກົດໝາຍສະບັບໃໝ່ ກ່ຽວກັບການປ້ອງກັນຄວາມສະຫງົບແຫ່ງຊາດຢູ່ຮົງກົງ.

ຕອບກັບ

ຂ່າວ/ບົດ​ອື່ນ