ອັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ພັກກອມມູນິດຈີນຄັ້ງທີ 18
ບັນດາຜູ້ແທນໃນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດພັກກອມມູນິດຈີນຄັ້ງທີ 18
(ພາບ:ອິນເຕີແນັດ)
(VOV)- ຕອນເຊົ້າວັນທີ 14/11, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດພັກກອມມູນິດຈີນຄັ້ງທີ 18 ໄດ້ອັດລົງຢູ່ນະຄອນຫຼວງປັກກິ່ງ ພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 7 ວັນ. ທີ່ວາລະອັດກອງປະຊຸມໃຫ່ຍໄດ້ຮັບຮອງເອົາມະຕິລາຍງານການເມືອງ, ລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາງຊຸດທີ 17, ມະຕິກົດລະບຽບພັກສະບັບປັບປຸງ ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ 18. ມະຕິກອງປະຊຸມໃຫ່ຍຄັ້ງທີ 18 ຊີ້ແຈງວ່າ: ພັກກອມມູນິດຈີນ ໄດ້ດຳເນີນການປັບປຸງກົດລະບຽບພັກ, ຖືການປະຕິຮູບເປີດປະຕູແມ່ນເສັ້ນທາງເພື່ອສ້າງສາປະເທດຈີນ ເຂັ້ມແຂງກ່ວາ ແລະ ແມ່ນຈຸດພິເສດສະເພາະສຳຄັນທີ່ສຸດຂອງໄລຍະພັດທະນາໃໝ່ຢູ່ຈີນ. ຖືທັດສະນະພັດທະນາວິທະຍາສາດແມ່ນສ່ວນໜຶ່ງໃນການກຳນົດທິດທາງເຄື່ອນໄຫວຂອງພັກກອມມູນິດຈີນ. ພັກກອມມູນິດຈີນ ໄດ້ສົມທົບລະບົບ, ເສັ້ນທາງ ແລະ ທິດສະດີລັດທິສັງຄົມນິຍົມມີຈຸດພິເສດສະເພາະຈີນ ຢ່າງແໜ້ນແຟ້ນໃນກົດລະບຽບພັກ. ບັນດາສະມາຊິກເຫັນດີເປັນເອກະສັນນຳກັນຖືທັດສະນະພັດທະນາວິທະຍາສາດເປັນສຳຄັນ ພ້ອມກັບທິດສະດີມາກ-ເລນິນ, ແນວຄິດ ເໝົາຈືຕົງ, ທິດສະດີ ເຕິ້ງສຽວຜິງ ແລະ ທິດສະດີ “ສາມຕາງໜ້າ“. ມະຕິກອງປະຊຸມໃຫ່ຍຄັ້ງທີ 18 ເນັ້ນໜັກວ່າທັດສະນະພັດທະນາວິທະຍາສາດແມ່ນການສົມທົບພູມປັນຍາລວມໝູ່ຂອງພັກກອມມູນິດຈີນ ແມ່ນແນວຄິດຍາວນານຂອງພັກ.