ອັດຄ້າຍພັກແລ້ງຊາວໜຸ່ມ, ນັກສຶກສາຫວຽດນາມ ທົ່ວເອີຣົບ ປີ 2018

(VOVWORLD) -ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ໄດ້ດໍາເນີນຢ່າງຟົດຟື້ນມ່ວນຊື່ນໃນຕະຫຼອດເວລາ 03 ວັນ, ຄ້າຍພັກແລ້ງຊາວໜຸ່ມ - ນັກສຶກສາຫວຽດນາມ ທົ່ວເອີຣົບ ປີ 2018 ໄດ້ອັດລົງໃນຕອນຄໍ່າວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Budapest, ປະເທດຮຸງກາຣີ.

ອັດຄ້າຍພັກແລ້ງຊາວໜຸ່ມ, ນັກສຶກສາຫວຽດນາມ ທົ່ວເອີຣົບ ປີ 2018 - ảnh 1ລາຍການສະແດງສິລະປະປິດທ້າຍພິທີອັດຄ້າຍພັກແລ້ງ

(ພາບ: Hong Tam/Vietnam+)

ກ່າວຄໍາເຫັນທີ່ພິທີອັດ, ທ່ານ ຫງວຽນແອັງຕູ໋, ປະທານສະມາຄົມນັກສຶກສາຫວຽດນາມຢູ່ຮຸງກາຣີ, ຫົວໜ້າຄະນະຈັດຕັ້ງຄ້າຍພັກແລ້ງ ປີ 2018, ໄດ້ຊີ້ແຈ້ງວ່າ:  ຄ້າຍພັກແລ້ງປີນີ້ ໄດ້ປະສົບຜົນສໍາເລັດຢ່າງຈົບງານ ດ້ວຍຫຼາຍລາຍການ ແລະ ການເຄື່ອນໄຫວທີ່ມີປະໂຫຍດ, ອັນໄດ້ຊ່ວຍໃຫ້ບັນດາຊາວໜຸ່ມ - ນັກສຶກສາຫວຽດນາມ ທີ່ຮໍ່າຮຽນຢູ່ຫຼາຍປະເທດໄດ້ມາເຕົ້າໂຮມກັນ, ທໍາຄວາມລຶ້ງເຄີຍ, ຖອດຖອນບົດຮຽນທີ່ລໍ້າຄ່າໃນການສຶກສາຮໍ່່າຮຽນກໍຄືໃນການດໍາລົງຊີວິດ.

        ທີ່ພິທີີອັດ, ຜູ້ຕາງໜ້າຄະນະຈັດຕັ້ງຄ້າຍພັກແລ້ງ ຊາວໜຸ່ມ - ນັກສຶກສາຫວຽດນາມ ທົ່ວ ເອີຣົບໄດ້ມອບສິດເປັນເຈົ້າພາບຈັດຄ້າຍພັກແລ້ງປີ 2019 ໃຫ້ແກ່ສະມາຄົມນັກສຶກສາຫວຽດນາມ ທີ່ຮໍ່າຮຽນຢູ່ໂຮນລັງ.

       


 

ຕອບກັບ

ຂ່າວ/ບົດ​ອື່ນ