(vovworld) - ຕອນຄໍ່າວັນທີ 02/04, ຢູ່ນະຄອນຕຸຍຮ່ວາ, ແຂວງ ຟຸ໋ອຽນ, Festival ສິນໃນນ້ຳຫວຽດນາມ ປີ 2014 ດ້ວຍຫົວຂໍ້ “ສິນໃນນ້ຳຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ” ໄດ້ອັດລົງພາຍຫຼັງດຳເນີນຢ່າງຟົດຟື້ນເປັນເວລາ 7 ວັນ. Festival ແມ່ນເຫດການເສດຖະກິດ-ວັດທະນະທຳສິລະປະທີ່ເຂັ້ມຂົນໄປດ້ວຍສີສັນເຂດທະເລຫວຽດນາມ, ແມ່ນຂົວເຊື່ອມຕໍ່ກັບຊາວປະມົງໃນທົ່ວປະເທດ.
ທີ່ງານ Festival, ບັນດານະໂຍບາຍພັດທະນາຂະແໜງສິນໃນນ້ຳຫວຽດນາມ ແລະ ໜູນຊ່ວຍຊາວປະມົງ ກໍ່ໄດ້ຮັບຄວາມເອົາໃຈໃສ່, ຊອກຮູ້ຈາກຜູ້ຊ່ຽວຊານຄື: ການສົ່ງເສີມການຄ້າເພື່ອແນໃສ່ພັດທະນາຂະແໜງສິນໃນນ້ຳເຂດແຄມທະເລທາງພາກກາງຫວຽດນາມ ຢ່າງໝັ້ນຄົງ; ຈັດຕັ້ງການຜະລິດປາທູນາຕາມບັນດາຄຸນຄ່າ; ຍຸດທະສາດພັດທະນາສິນໃນນ້ຳຫວຽດນາມ ຮອດປີ 2020 ແລະ ຜັນຂະຫຍາຍແຜນຮ່າງສ້າງໂຄງປະກອບຂະແໜງສິນໃນນ້ຳຄືນໃໝ່. ທ່ານ ເລວັນຈຸ໋ກ, ຮອງປະທານປະຈຳການຄະນະກຳມະການປະຊາຊົນແຂວງ ຟຸ໋ອຽນ ຕີລາຄາວ່າ.
“ບັນດາການເຄື່ອນໄຫວດຳເນີນໄປຢ່າງສະດວກສະບາຍ, ພິເສດແມ່ນການຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາເວທີປາໄສຕິດພັນກັບວັດທະນະທຳສິລະປະ, ສ້າງຄວາມຫັນປ່ຽນດ້ານຄວາມຮູ້ໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຊາວປະມົງ. ຜ່ານນັ້ນ, ມີສຽງເວົ້າລວມກ່ຽວກັບນະໂຍບາຍ, ກົນໄກລະຫວ່າງບັນດາແຂວງທີ່ມີທະເລ ເພື່ອພ້ອມກັນຂຸດຄົ້ນທ່າແຮງ.”