ທ່ານຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວຫນ້າຄະນະຈັດຕັ້ງ
|
(vovworld)-ພາຍຫລັງດຳເນີນໄປມາເປັນເວລາ 3 ວັນ, ຕອນຄ່ຳວັນທີ 22/4 ຢູ່ ນະຄອນ ຍາຈາງ ແຂວງ ແຄງຮວ່າ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 12 ປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ແຄງຮ່ວາ ຈັດຕັ້ງ ໄດ້ອັດລົງ. ນະພິທີ ຄະນະຈັດຕັ້ງໄດ້ມອບ 13 ລາງວັນຄຳ, 47 ລາງວັນເງິນ, 78 ລາງວັນທອງ ແລະ 58 ລາງວັນຊົມເຊີຍ. ກ່າວຄຳເຫັນອັດງານມະໂຫລານ, ທ່ານຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ຫົວຫນ້າຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດ ໄດ້ຢືນຢັນວ່າ:
“ບົນຈິດໃຈແບ່ງປັນ, ຖອດຖອນບົດຮຽນ, ຮັບເອົາຄວາມປະກອບຄຳຄິດຄຳເຫັນ, ບັນດາພະນັກງານເຮັດວຽກງານກະຈາຍສຽງໃນທົ່ວປະເທດລ້ວນແຕ່ສະແດງຄວາມປາດຖະຫນາຢາກສ້າງບັນດາບາດກ້າວພັດທະນາໃຫມ່ຂອງຂະແຫນງກະຈາຍສຽງຕາມທິດທັນສະໄຫມ, ຕອບສະຫນອງຄວາມຕ້ອງການຂໍ້ມູນຂ່າວຂອງມະຫາຊົນ.”