ອັດຕາສ່ວນເຄື່ອງຕຳ່ແຜ່ນຕັດຫຍິບຂອງຫວຽດນາມຢູ່ອາເມລິກາສືບຕໍ່ເພີ່ມຂຶ້ນ

ອັດຕາສ່ວນເຄື່ອງຕຳ່ແຜ່ນຕັດຫຍິບຂອງຫວຽດນາມຢູ່ອາເມລິກາສືບຕໍ່ເພີ່ມຂຶ້ນ - ảnh 1
ພາບປະກອບ

(vovworld) – ປີ 2016 ​ແມ່ນ​ປີ​ທີ 2 ​ທີ່ອັດຕາ​ສ່ວນເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ ຢູ່​ຕະຫຼາດ ອາ​ເມ​ລິກາ ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ລຽນຕິດ, ລື່ນ​ກາຍ​ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ ກາງ. ກ່ອນ​ໜ້າ​ນັ້ນ, ປີ 2015, ຫວຽດນາມ ກໍ່​ໄດ້​ລື່ນ​ກາຍ​ຈຳນວນ​ຕົວ​ເລກ​ຂອງ​ວິ​ສາ​ຫະກິດບັນດາປະ​ເທດ ອາ​ເມ​ລິ​ກາ ກາງ ກ່ຽວ​ກັບ​ການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ເຂົ້າ​ຕະຫຼາດ ອາ​ເມ​ລິ​ກາ, ກວມ​ອັດຕາ​ສ່ວນ 11.48% ​ເມື່ອ​ທຽບ​ໃສ່​ລະດັບ 11,26% ຂອງ​ຍອດ​ອັ​ດຕາ​ສ່ວນ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ ກາງ. ​ໃນ​ຂະນະ​ນັ້ນ, ປີ 2014, ຫວຽດນາມ ກວມ​ອັດຕາ​ສ່ວນ ພຽງ 10,73% ​ເທົ່າ​ນັ້ນ, ສ່ວນ​ອາ​ເມ​ລິ​ກາ ກາງ ​ກວມ 11,67%.

        ທ່ານ​ນາງ Karin de Leon, ຜູ້ອຳນວຍການ​ຝ່າຍບໍລິຫານ Cecate (ສະພາ​ຂົນຂວາຍ​ກ່ຽວ​ກັບ​ເຄື່ອງ​ຕຳ່​ແຜ່ນ​ຕັ​ດຫຍິບ​ຂອງ ອາ​ເມ​ລິ​ກາ ກາງ) ​ໃຫ້​ຂໍ້​ສັງ​ເກດ​ວ່າ: ດ້ວຍ​ເລື່ອງ​​ເປັນປະ​ເທດ​ສະມາຊິກຂອງ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP), ຫວຽດນາມ​ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສະໜັບສະໜູນ​ກ່ວາ​ອີກ ​ແລະ “ຫຼາຍ​ໃບ​ສັ່ງ​ຊື້​ສິ້ນຄ້າ ​ແລະ ການ​ລົງທຶນ​ຈະ​ຫັນ​​ມາ​ຍັງ ຫວຽດນາມ”.


ຂ່າວ/ບົດ​ອື່ນ