ວາລະປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ພາບ: baomoi.com)
(vovworld) - ຕອນເຊົ້າວັນທີ 16/01, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ວາລະປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 14 ໄດ້ອັດລົງ. ກ່ອນໜ້ານັ້ນ, ດ້ວຍຄວາມເຫັນດີເຫັນພ້ອມເປັນຈຳນວນຫຼວງຫຼາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິແນະນຳການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ມະຕິແນະນຳໄດ້ສຸມໃສ່ເຂົ້າໃນບັນດາບັນຫາຄືໄລຍະເວລາຈັດການລົງຄະແນນສຽງໄວ້ວາງໃຈປະຈຳປີ; ແກ້ໄຂໝາກຜົນແຫ່ງການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈ; ການລາອອກຈາກຕຳແໜ່ງ, ປົດຕຳແໜ່ງ. ມະຕິແນະນຳການປະຕິບັດບາງຂໍ້ມາດຕາໃນມະຕິຂອງສະພາແຫ່ງຊາດ ກ່ຽວກັບການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈທີ່ມີຕໍ່ຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ ຈະມີຜົນສັກສິດນັບແຕ່ວັນທີ 01/02/2013 ເປັນຕົ້ນໄປ.