ອິດສຣາແອນ ຊຸກຍູ້ແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ດ້ວຍເຮືອນໃໝ່ຕື່ມອີກ 1.000 ຫຼັງ
(ພາບປະກອບ: AFP)
(vovworld) – ທ່ານນາຍົກລັດຖະມົນຕີ Benjamin Netanyahu ຫາກໍ່ຕົກລົງຊຸກຍູ້ບັນດາແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ຊາວຢິວ ຢູ່ Jerusalem ຕາເວັນອອກ ດ້ວຍເຮືອນໃໝ່ 1.060 ຫຼັງ. ແຜນການດັ່ງກ່າວລວມທັງກໍ່ສ້າງເຮືອນໃໝ່ 660 ຫຼັງ ຢູ່ Ramat Shlomo ແລະ 400 ຫຼັງ ຢູ່ Har Homa ໃນເຂດດິນແດນທີ່ອິດສຣາແອນ ຢຶດຄອງໃນສົງຄາມເມື່ອປີ 1967. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Netanyahu ກໍ່ໄດ້ອອກຄຳສັ່ງຊຸກຍູ້ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຝັ່ງຕາເວັນຕົກ, ໃນນັ້ນມີ 12 ເສັ້ນທາງໃໝ່. ວັນທີ 28/10, ຄະນະກຳມະການແຜນການ ແລະ ກໍ່ສ້າງ Jerusalem ໄດ້ປຶກສາຫາລືແຜນການກໍ່ສ້າງເຮືອນໃໝ່ 1.530 ຫຼັງຢູ່ Ramat Shlono, ເຊິ່ງໄດ້ຮັບອະນຸມັດຜ່ານເມື່ອເດືອນ 11/2013, ແຕ່ໄດ້ຖືກໂຈະໄວ້ຍ້ອນການຄັດຄ້ານຂອງອາເມລິກາ.