(vovworld) – ກ່ອນເວລາກຳນົດສຸດທ້າຍພຽງ 2 – 3 ຊົ່ວໂມງ, ໃນຕອນຄໍ່າວັນທີ 06/05, ທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງຮ່ວມສຳພັນກັບຄູ່ຮ່ວມມືທີ 4 ແມ່ນພັກຂວາຈັດເຮືອນຊາວຢິວ (JH) ຂອງທ່ານ Naftali Bennett, ອັນໄດ້ມີເງື່ອນໄຂຢ່າງພຽງພໍເພື່ອສ້າງຕັ້ງພັນທະມິດ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້ ເຊິ່ງຖືກດຳເນີນໄປເມື່ອວັນທີ 17/03 ຜ່ານມາ. ທ່ານນາຍົກລັດຖະມົນຕີ Netanyahu ໄດ້ລາຍງານກັບທ່ານປະທານາທິບໍດີ Reuven Rivlin ກ່ຽວກັບໝາກຜົນການເຈລະຈາຢ່າງເປັນທາງການ. ຕາມຂໍ້ຕົກລົງທີ່ບັນລຸໄດ້, ການນຳພັກ JH, ທ່ານ Naftali Bennett ຈະດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງສຶກສາ, ທ່ານສະມາຊິກສະພາແຫ່ງຊາດ Uri Ariel ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງກະສິກຳ ແລະ ທ່ານສະມາຊິກສະພາແຫ່ງຊາດ Ayelet Shked ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງຍຸຕິທຳ ສັງກັດພັກນີ້.