(vovworld) – ວັນທີ 11/08, ຄະນະນັກເຈລະຈາຂອງອິດສຣາແອນ ໄດ້ກັບຄືນສູ່ນະຄອນຫຼວງກາຍໂຣ, ປະເທດອີຢິບ ເພື່ອສືບຕໍ່ເຈລະຈາກັບຝ່າຍອິດສຣາແອນ ແນໃສ່ຊອກຫາຂໍ້ຕົກລົງຢຸດຍິງໄລຍະຍາວຢູ່ເຂດກາຊາ. ການເຈລະຈາທາງອ້ອມ ໂດຍອີຢິບເປັນຄົນກາງ ຖືກດຳເນີນກ່ອນນັ້ນໜຶ່ງວັນ ຫຼັງຈາກອິດສຣາແອນ ແລະ ຂະບວນການອິດສະລາມ ຮາມາດ ຂອງປາແລດສຕິນ ເຫັນດີເລີ່ມປະຕິບັດຂໍ້ຕົກລົງຢຸດຍິງໃໝ່ເປັນເວລາ 72 ຊົ່ວໂມງ ຊຶ່ງເລີ່ມມີຜົນສັກສິດນັບແຕ່ເວລາ 0 ໂມງ ວັນທີ 11/08 (ຕາມເວລາທ້ອງຖິ່ນ).
ແລະກໍ່ໃນວັນດຽວກັນ, ບັນດາມືປືນປະກອບອາວຸດອິດສລາມ ຮາມາດ ຄອບຄຸມເຂດກາຊາ ໄດ້ຢຸດຕິຊົ່ວຄາວການຍິງລູກຈະຫຼວດ ແລະ ປືນໂຄກໃສ່ເຂດດິນແດນຂອງອິດສຣາແອນ, ພາຍຫຼັງຄຳສັ່ງຢຸດຍິງມີຜົນສັກສິດ, ແຕ່ໄດ້ນາບຂູ່ວ່າ ຈະສືບຕໍ່ປະຕິບັດຖ້າຫາກການເຈລະຈາບໍ່ບັນລຸໝາກຜົນໃດໆ.