ອົດສະຕາລີ ຈະຄ່ອຍໆເປີດປະຕູຊາຍແດນ ເມື່ອພົນລະເມືອງ 70% ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມ
(VOVWORLD) -ວັນທີ 30 ກໍລະກົດ, ລັດຖະບານ ອົດສະຕາລີ ໄດ້ກຳນົດອັດຕາສັກວັກຊິນກັນພະຍາດໂຄວິດ - 19 ເພື່ອໃຫ້ປະເທດນີ້ຄ່ອຍໆເປີດປະຕູພື້ນຖານເສດຖະກິດ ແລະ ຊາຍແດນແຫ່ງຊາດ.
ຕຳຫຼວດລັດ New South Wales ເພີ່ມທະວີການກວດກາຢູ່ສູນການຄ້າ ເພື່ອຄວບຄຸມໂລກລະບາດໂຄວິດ - 19 |
ກ່າວຄຳເຫັນພາຍຫຼັງກອງປະຊຸມລັດຖະບານບັນດາລັດເປີດກວ້າງ ໃນວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໃຫ້ຮູ້ວ່າ ປັດຈຸບັນ ປະເທດນີ້ພວມຢູ່ໃນໄລຍະທີໜຶ່ງ - ໄລຍະສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ ໃນແຜນການລວມມີ 4 ໄລຍະ ເຊິ່ງປະເທດນີ້ໄດ້ວາງອອກ ເພື່ອນຳປະເທດຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ທີ່ໄດ້ປະກາດເມື່ອຕົ້ນເດືອນກໍລະກົດ. ໃນໄລຍະນີ້, ໄລ່ຮອດວັນທີ 30 ກໍລະກົດ ມີປະຊາຊົນຂອງປະເທດນີ້ 40% ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ເຂັມທຳອິດແລ້ວ.
ເພື່ອກ້າວໄປເຖິງໄລຍະທີ 2 ດ້ວຍການຈຳກັດບັນດາມາດຕະການລອກດາວ ແລະ ຄ່ອຍໆເປີດປະຕູຊາຍແດນສາກົນ, ພົນລະເມືອງຂອງປະເທດນີ້ 70% ຕ້ອງໄດ້ສັກວັກຊິນກັນ ໂຄວິດ - 19 ຄົບ 2 ເຂັມ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເຊື່ອໝັ້ນວ່າ ຮອດທ້າຍປີນີ້, ພົນລະເມືອງຂອງປະເທດນີ້ 70%ຈະໄດ້ສັກວັກຊິນຄົບ 2 ເຂັມ.