ອົດສະຕາລີ ຢືນຢັນສະຫງວນບຸລິມະສິດ ແລະ ຊຸກຍູ້ການພົວພັນກັບ ຫວຽດນາມ

(VOVWORLD) - ທີ່ການເຈລະຈາ ແລະ ພົບປະຄັ້ງຕ່າງໆ, ການນຳ ອົດສະຕາລີ ໄດ້ຕີລາຄາສູງ ຫວຽດນາມດ້ວຍຖານະເປັນປະທານພວມພັດທະນາຂະຫຍັນຂັນເຄື່ອນ ແລະ ມີບົດບາດຕັ້ງໜ້າຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້
ອົດສະຕາລີ ຢືນຢັນສະຫງວນບຸລິມະສິດ ແລະ ຊຸກຍູ້ການພົວພັນກັບ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກຢູ່ ອົດສະຕາລີ

ໂດຍສືບຕໍ່ການຢ້ຽມຢາມ, ເຮັດວຽກຢູ່ ອົດສະຕາລີ, ວັນທີ 25 ກໍລະກົດ, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຈລະຈາກັບທ່ານ Barnaby Joyce, ຮອງນາຍົກລັດຖະມົນຕີ (ຮັກສາການນາຍົກລັດຖະມົນຕີ) ທັງເປັນລັດຖະມົນຕີກະຊວງກະສິກຳ ແລະ ແຫຼ່ງນ້ຳ, ເຮັດວຽກກັບທ່ານ Julie Bishop, ລັດຖະມົນຕີການຕ່າງປະເທດ ແລະ ທ່ານ Steven Ciobo, ລັດຖະມົນຕີການຄ້າ ອົດສະຕາລີ. ທີ່ການເຈລະຈາ ແລະ ພົບປະຄັ້ງຕ່າງໆ, ການນຳ ອົດສະຕາລີ ໄດ້ຕີລາຄາສູງ ຫວຽດນາມດ້ວຍຖານະເປັນປະເທດພວມພັດທະນາຂະຫຍັນຂັນເຄື່ອນ ແລະ ມີບົດບາດຕັ້ງໜ້າຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້, ພ້ອມທັງປາດຖະໜາຢາກຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍເຫັນດີຕໍ່ບັນດາມາດຕະການປັບປຸງການພົວພັນຄູ່ຮ່ວມມືຮອບດ້ານໃນບັນດາຂົງເຂດການເມືອງ, ເສດຖະກິດ -ການຄ້າ, ກະສິກຳ, ໜູນຊ່ວຍພັດທະນາ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ການຄົ້ນຄ້ວາ - ປະດິດຄິດສ້າງ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ… ເມື່ອປຶກສາຫາລື ກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ