ອົດສະຕາລີ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນກ່ຽວກັບປະເພດສິນຄ້າເກີບໜັງ ແລະ ເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ

(VOVWORLD) - ບັນດາໃບສັ່ງຊື້ສິນຄ້າບໍ່ຫຼາຍ ແຕ່ຄຸນນະພາບຕ້ອງສົ່ງ ແລະ ເວລາສົ່ງສິນຄ້າກໍ່ຕ້ອງໄວ, ສິ່ງດັ່ງກ່າວແມ່ນເໝາະສົມກັບບັນດາວິສາຫະກິດ ຫວຽດນາມ ທີ່ເຄື່ອນໄຫວຜະລິດໃນຂະແໜງນີ້.

ອົດສະຕາລີ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນກ່ຽວກັບປະເພດສິນຄ້າເກີບໜັງ ແລະ ເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ - ảnh 1ກອງປະຊຸມຈັດຕັ້ງຢູ່ອົດສະຕາລີ

(ພາບ: ເຟືອງແອງ, ສຳນັກຂ່າວສານ)

ກ່າວຄຳເຫັນທີ່ກອງປະຊຸມແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນໃນການສົ່ງອອກສິນຄ້າ ຕຳແຜ່ນຕັດຫຍິບ, ເກີບໜັງ, ກະເປົ່າ, ເຄື່ອງແຟຊັນ ຫວຽດນາມ ໄປຍັງຕະຫຼາດ ອົດສະຕາລີ ໂດຍສູນສົ່ງເສີມ, ລົງທຶນ, ການຄ້າ, ການທ່ອງທ່ຽວ ຮ່າໂນ້ຍ ສົມທົບກັບກຸ່ມບໍລິສັດກອງປະຊຸມ ແລະ ງານວາງສະແດງສາກົນ ອົດສະຕາລີ ຈັດຕັ້ງໃນຕອນບ່າຍວັນທີ 10 ກໍລະກົດ, ທ່ານນາງ Julie Holt, ຜູ້ອຳນວຍການງານວາງສະແດງ, ໃຫ້ຮູ້ວ່າ: ເຖິງວ່າພົນລະເມືອງ ອົດສະຕາລີ ໜ້ອຍກ່ວາ ອາເມລິກາ ແລະ ເອີລົບ ກໍ່ຕາມແຕ່ກຳລັງຊີ້ພັດຫຼາຍທີ່ສຸດ. ຄຽງຄູ່ກັນນັ້ນ, ບັນດາໃບສັ່ງຊື້ສິນຄ້າບໍ່ຫຼາຍ ແຕ່ຄຸນນະພາບຕ້ອງສົ່ງ ແລະ ເວລາສົ່ງສິນຄ້າກໍ່ຕ້ອງໄວ, ສິ່ງດັ່ງກ່າວແມ່ນເໝາະສົມກັບບັນດາວິສາຫະກິດ ຫວຽດນາມ ທີ່ເຄື່ອນໄຫວຜະລິດໃນຂະແໜງນີ້.

ທ່ານນາງ ຫງວຽນມາຍແອງ, ຮອງຜູ້ອຳນວຍການສູນສົ່ງເສີມ, ລົງທຶນ, ການຄ້າ, ການທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດ ສົ່ງອອກ ຫວຽດນາມ ກຳແໜ້ນຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ການພົວພັນຄ້າຂາຍໃນບັນດາຂົງເຂດ: ຕຳແຜ່ນຕັດຫຍິບ, ເກີບໜັງ, ກະເປົ່າ, ເຄື່ອງແຟຊັນກັບຕະຫຼາດ ອົດສະຕາລີ, ຜ່ານນັ້ນເປີດທິດທາງສົ່ງອອກ, ນຳເຂົ້າເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ, ເພີ່ມທະວີການສົ່ງອອກສິນຄ້າ ໄປຍັງຕະຫຼາດ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ