(vovworld) - ວັນທີ 04/06, ທ່ານນາຍົກລັດຖະມົນຕີອົດສະຕາລີ Tony Abbott ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ໄດ້ມີຫຼັກໝັ້ນແຂງແຮງ ເພື່ອຄັດຄ້ານການກະທຳດ້ານການທະຫານຂອງຈີນ ຢູ່ທະເລຕາເວັນອອກ, ພ້ອມທັງໄດ້ກ່າວປະນາມບັນດາການກະທຳພຽງລຳພັງຝ່າຍດຽວ ແນໃສ່ເປີດກວ້າງອະທິປະໄຕຢູ່ເຂດທີ່ພວມຂັດແຍ້ງກັນ. ນີ້ແມ່ນຄຳຖະແຫຼງຢ່າງຮຸ້ນແຮງທີ່ສຸດຂອງເຈົ້າໜ້າທີ່ອົດສະຕາລີ ທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ. ທ່ານນາຍົກລັດຖະມົນຕີ Abbott ຢືນຢັນວ່າ, ຍາມໃດອົດຕາລີ ກໍ່ມີຫຼັກໝັ້ນຢ່າງຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍໃນບັນຫາທະເລຕາເວັນອອກ ແລະ ອົດສະຕາລີ ບໍ່ຂຶ້ນກັບຝ່າຍໃດໃນບັນດາການຂັດແຍ້ງອະທິປະໄຕຢູ່ພາກພື້ນ, ແຕ່ຄັດຄ້ານບໍ່ວ່າການປ່ຽນແປ່ງສະພາບເດີມໃດພຽງລຳພັງຝ່າຍດຽວ. ບັນດາການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ເໝາະສົມກັບກົດໝາຍສາກົນ. ອົດສະຕາລີ ຈະປະຕິບັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ ເພື່ອຮັກສາຄວາມເສລີໃນການເດີນທະເລ ແລະ ທາງອາກາດ. ໃນທ້າຍສັບປະດາຜ່ານມາ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອົດສະຕາລີ Kevin Anderws ໄດ້ມີບົດກ່າວປາໄສທີ່ກອງປະຊຸມປ້ອງກັນຄວາມສະຫງົບຢູ່ສິງກະໂປ, ໃນນັ້ນ ຮຽກຮ້ອງໃຫ້ຈີນ ຢຸດຕິການກໍ່ສ້າງບັນດາເກາະໃນເຂດທະເລທີ່ມີການຂັດແຍ້ງກັນ ຢູ່ທິດເໜືອອົດສະຕາລີ. ທ່ານ Anderws ຢືນຢັນວ່າ, ອົດສະຕາລີ ຄັດຄ້ານບໍ່ວ່າການກະທຳບິບບັງຄັບ ຫຼື ປ່ຽນແປ່ງສະພາບເດີມໃດໆຢູ່ທະເລຕາເວັນອອກ ຫຼື ທະເລ ຮວາຕຸງພຽງລຳພັງຝ່າຍດຽວ, ພ້ອມທັງສະແດງຄວາມວິຕົກກັງວົນວ່າ ບັນດາເກາະທຽມຈະໄດ້ນຳໃຊ້ເຂົ້າໃນຈຸດປະສົງດ້ານການທະຫານ.