ອົດສະຕາລີຮຽກຕົວເອກອັກຄະລັດຖະທູດຈີນມາເພື່ອຄັດຄ້ານເຂດປ້ອງກັນອາກາດ

ອົດສະຕາລີຮຽກຕົວເອກອັກຄະລັດຖະທູດຈີນມາເພື່ອຄັດຄ້ານເຂດປ້ອງກັນອາກາດ - ảnh 1
ກຳປັ່ນຫາປາໄປຜ່ານເຂດທະເລຕຽວອີ/Senkaku
(ພາບ: AFP)


(vovworld) – ວັນ​ທີ 26/11, ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ Canberra ​ມາ​ເພື່ອ​ສະ​ແດງ​ບັນດາ​ຄວາມ​ວິຕົກ​ກັງ​ວົນ​ຂອງ​ລັດຖະບານ ອົດ​ສະ​ຕາ​ລີ ​ແລະ ສະ​ເໜີ​ໃຫ້​ບັກ​ກິ່ງ ອະທິບາຍ​ກ່ຽວ​ກັບ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ ຮວາ​ຕູ​ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ Julie Bishop ​ເນັ້ນ​ໜັກ​ຈຸດ​ເວລາ ​ແລະ ວິທີທີ່ ຈີ​ນ ປະກາດ​ສ້າງ​ຕັ້ງ ADIZ “ບໍ່​ເໝາະ​ສົມ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ໃນປະຈຸ​ບັນ, ​ແລະ ຈະ​ບໍ່​ຊ່ວຍ​ຮັກສາ​ສະ​ຖຽນລະ​ພາບ​ໃນ​ພາກ​ພື້ນ”. ທ່ານ​ລັດຖະມົນຕີ Bishop ຊີ້​ແຈ້ງວ່າ ອົດ​ສະ​ຕາ​ລີ ຄັດຄ້ານ “ທຸກໆ​ການ​ກະທຳ​ພຽງ​ຝ່າຍ​ດຽວ ​ແລະ ມີ​ລັກສະນະ​ບັງຄັບ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ການ​ຢູ່​ທະ​ເລ​ຮວາ​ຕູ​ງ”.

    ​ໃນ​ແຈ້ງ​ການ​ເມື່ອ​ວັນ​ທີ 23/11 ກ່ຽວ​ກັບ​​ເລື່ອງ​ສ້າງ​ຕັ້ງ ADIZ ​ໃນ​ທະ​ເລ​ຮວາ​ຕູ​ງ, ຈີນ ​ໄດ້ຊີ້​ແຈ້ງ ​ແລະ ​ກຳນົດ​ວ່າ: ​ເຮືອບິນ​ທຸກໆ​ລຳ​​ໄປມາຜ່ານ​ເຂດ​ນີ້​ຕ້ອງ​ແຈ້ງ​ການກ່ຽວ​ກັບ​ແຜນການ​ບິນ, ຮັກສາ​ການ​ຕິດ​ຕໍ່​ພົວພັນ​ໃນ​ເວລາ​ບິນ ​ແລະ ປະຕິບັດ​ຕາມ​​ການ​ຊີ້​ນຳ​ຂອງ​ເຈົ້າ​ໜ້າ​ທີ່​ຈີນ. ​ແຈ້ງ​ການ​ດັ່ງກ່າວ​ຂອງ ຈີນ ​ໄດ້​ຮັບ​ການ​ຄັດຄ້ານຢ່າງ​ແຮງ​ຈາກ ຍີ່ປຸ່ນ ​ແລະ ສ ​ເກົາຫຼີ.

 

ຂ່າວ/ບົດ​ອື່ນ