(ພາບປະກອບ: Reuters)
(vovworld) - ວັນທີ 21/04, ບັນດາເຮືອບິນສູ້ຮົບອິດສຣາແອນ ໄດ້ດຳເນີນບັນດາການບຸກໂຈມຕີທາງອາກາດໃນທົ່ວເຂດກາຊາ ເຮັດໃຫ້ຕຳຫຼວດຂຶ້ນກັບຂະບວນການ Hamas 2 ຄົນຖືກບາດເຈັບ. ຕາມບັນດາຕົວພະຍານ, ບັນດາເຮືອບິນສູ້ຮົບຂອງອິດສຣາແອນ ໄດ້ບຸກໂຈມຕີໃສ່ຖານທີ່ໝັ້ນການທະຫານຂຶ້ນກັບຝ່າຍປະກອບອາວຸດ Hamas ຢູ່ນະຄອນ Khanyounis ທາງພາກໃຕ້ເຂດກາຊາ. ການບຸກໂຈມຕີອີກ 2 ຄັ້ງແນໃສ່ຟາມລ້ຽງສັດ ແລະ ເຂດຕ່າງໆຢູ່ນະຄອນ Nussairat ແລະ Dierl – Balah ຢູ່ພາກກາງເຂດກາຊາ. ພາຍຫຼັງເກີດເຫດບຸກໂຈມຕີທາງອາກາດ, ກຳລັງປ້ອງກັນຄວາມສະຫງົບ Hamas ໄດ້ຍົກຍ້າຍອອກຈາກຖານທີ່ໝັ້ນ.
ບັນດາເຫດບຸກໂຈມຕີທາງອາກາດດັ່ງກ່າວ ເກີດຂຶ້ນພາຍຫຼັງພຽງ 2 – 3 ຊົ່ວໂມງ ທີ່ອິດສຣານແອນ ຖະແຫຼງມີລູກຈະຫຼວດ 6 ໜ່ວຍໄດ້ຍິງຈາກເຂດກາຊາ ເຂົ້າເຂດດິນແດນຂອງປະເທດນີ້. ແຕ່ວ່າ, ບໍ່ມີກຸ່ມປະກອບອາວຸດຂອງອິສຣາແອນ ໃດກ່າວຮັບຜິດຊອບດຳເນີນການບຸກໂຈມຕີດັ່ງກ່າວ. ແລະກໍ່ໃນວັນທີ 21/04, ໂຄສົກກອງທັບອິດສຣາແອນ ໃຫ້ຮູ້ວ່າ, ກຸ່ມທະຫານລາດຕາເວັນກຸ່ມ 1 ຖືກພວກມືປືນ ປາແລດສຕິນ ຍິງຢູ່ໃກ້ກັບຮົ້ວລະຫວ່າງເຂດກາຊາ ແລະ ອິດສຣາແອນ.