( vovworld ) – ໃນວັນທີ 21/3, ທະຫານອິດສະຣາແອນ ໄດ້ຈັບຕົວ Izz El Deen Jafar, ຜູ້ນຳຂັ້ນສູງຂອງຂະບວນການອິດສະລາມ Jihad ຂອງຊາວປາແລດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ອົງການຄວາມສະຫງົບປອດໄພອິດສະຣາແອນ ກໍຈັບຕົວ Mahmed Abu Adara, ສະມາຊິກຜູ້ໜື່ງຂອງຂະບວນການອິດສະລາມ Hamas ຢູ່ເຂດກາຢາ. ການຈັບຕົວສະມາຊິກຂັ້ນສູງຂອງຂະບວນການອິດສະລາມຂອງຊາວປາແລດສະຕິນ ໄດ້ດຳເນີນໄປພາຍຫຼັງ 2,3 ວັນທີ່ອິດສະຣາແອນ ແລະ ບັນດາຝ່າຍຂອງປາແລດສະຕິນ ຢູ່ເຂດກາຢາ ຍິງປຶນໃຫຍ່ໃສ່ກັນໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງທີ່ຫາກໍບັນລຸໄດ້ລະຫວ່າງສອງຝ່າຍພາຍໃຕ້ບົດບາດໄກ່ເກ່ຍຂອງເອຍີບ.