ອິດສະຣາແອັນ: ທ່ານນາຍົກລັດຖະມົນຕີ B.Netanyahu ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃໝ່

(VOVWORLD) -ວັນທີ 27 ທັນວາ, ຕາມໝາກຜົນມີ່ໄດ້ປະກາດຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານພັກ Likud ກຳອຳນາດອາຍຸການໃໝ່ ດ້ວຍບັດສະໜັບສະໜູນ 72%

ອິດສະຣາແອັນ: ທ່ານນາຍົກລັດຖະມົນຕີ B.Netanyahu ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃໝ່ - ảnh 1ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu

(ພາບ: AFP/TTXVN)

ໃນຂະນະນັ້ນ ຄູ່ແຂ່ງຂອງທ່ານແມ່ນທ່ານ Gideon Saar, ສະມາຊິກລັດຖະສະພາຍາດໄດ້ບັດສະໜັບສະໜູນພຽງແຕ່ 28%. ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ Netanyahu ຖະແຫຼງວ່າໄດ້ຮັບ “ໄຊຊະນະຢ່າງໃຫຍ່ຫຼວງ”, ພ້ອມທັງສົ່ງຄຳຂອບໃຈຕໍ່ບັນດາສະມາຊິກໃນພັກ Likud ທີ່ໄດ້ເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນ. ດ້ວຍໄຊຊະນະດັ່ງກ່າວ, ທ່ານຈະສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອິດສະຣາແອັນ ຈົນເຖິງການເລືອກຕັ້ງເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ມີນາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ