ອິດສະຣາແອນ ແລະ ປາແລດສະຕີນ ອາດຈະບັນລຸໄດ້ຂໍ້ຕົກລົງສັນຕິພາບໃນເດືອນ 4/2014

ອິດສະຣາແອນ ແລະ ປາແລດສະຕີນ ອາດຈະບັນລຸໄດ້ຂໍ້ຕົກລົງສັນຕິພາບໃນເດືອນ 4/2014 - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລດ​ສະ​ຕີນ Abbas ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Netanyahu
ພາບ:internet


(vovworld)-  ນີ້​ແມ່ນ​ຄຳ​​ກ່າວ​ປາ​ໄສ​ຂອງ​ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ພາຍຫລັງ​ສິ້ນ​ສຸດ​ກາ​ນຢ້ຽມຢາມ​​ເຂດ​ຕາ​ເວັນ​ອອກ​ກາງ​ໃນ​ວັນ​ທີ 12 ​ແລະ 13/12. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ປາ​ແລດ​ສະຕີ​ນ ​ແລະ ອິດສະຣາ​ແອນ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ເຈລະຈາ​ສັນຕິພາບ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຂອບ​ເຂດ​ໃຫ້​ແກ່​ບັນດາ​ບັນຫາ​ຫລັກ​ແຫ​ລ່ງ​ໃນ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເຖິງ​ທົດ​ສະ​ວັດ​ຜ່ານ​ມາ​ລະຫວ່າງ​ສອງ​ປະ​ເທດ ​ແລະ ນີ້​ກໍ​ແມ່ນ​ແຜ​ນຮ່າງ​ລວມ​ຂອງ​ຂໍ້​ຕົກລົງ​ສຸດ​ທ້າຍ. ທ່ານ John Kerry ຢືນຢັນ: ບັນດາ​ຝ່າຍ​ລ້ວນ​ແຕ່​ມານະ​ພະຍາຍາມ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ​ຂອງ ອິດສະຣາ​ແອນ​ກໍ​ຄື​ເຄົາລົບ​ອະທິປະ​ໄຕ​ຂອງ​ປາ​ແລດ​ສະຕີ​ນ.

ຂ່າວ/ບົດ​ອື່ນ