ອິດສະຣາແອນຍອມຮັບການເຈລະຈາສັນຕິພາບກັບປາແລດສະຕີນບໍ່ບັນລຸຄວາມຄືບຫນ້າ

ອິດສະຣາແອນຍອມຮັບການເຈລະຈາສັນຕິພາບກັບປາແລດສະຕີນບໍ່ບັນລຸຄວາມຄືບຫນ້າ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອິດ​ສະຣາ​ແອນ Benjamin Netanyahu
ພາບ: internet


(vovworld)- ວັນ​ທີ 6/11, ທ່ານ​ນາຍົກລັດຖະມົນຕີ ອິດ​ສະຣາ​ແອນ Benjamin Netanyahu ຍອມຮັບ​ວ່າ: ບັນດາ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ ປາ​ແລດ​ສະຕີ​ນ ບໍ່​ບັນລຸ​ຄວາມ​ຄື​ບຫນ້າ​ຢ່າງ​ແທດ​ຈິງ ພ້ອມ​ທັງ​ປາດ​ຖະຫນາ ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ອາດ​ຈະ​ນຳ​ວິວັດທະນາ​ການສັນຕິພາບ​ກັບ​ຄືນສູ່​ການ​ເຄື່ອນ​ໄຫວ​ຢ່າງ​ຖືກ​ທິດ. ທ່ານນາຍົກລັດຖະມົນຕີ Netanyahu ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ວິວັດ​ການ​ດັ່ງກ່າວ ​ແລະ ​ຖີ້ມໂທດ​​ໃສ່ຝ່າຍ ປາ​ແລດ​ສະ​ຕີນ“ສືບ​ຕໍ່​ປຸກ​ປັນຍຸ​ແຍ່​, ສ້າງ​ໃຫ້​ມີ​ວິ​ກິດ​ການ​ປອມ​ແປງ ​ແລະ ຫລີກ​ລ້ຽງ​​ອອກ​ຄຳ​ຕັດສິນ​ຊີ້​ຂາດມີ​ຄວາມ​ໝາຍປະຫວັດສາດທີ່​ຈຳ​ເປັນ​ເພື່ອ​ສ້າງສັນ​ຕິ​ພາບ​ຢ່າງ​ແທ້​ຈິງ.” ທ່ານນາຍົກລັດຖະມົນຕີ Netanyahu ສະ​ແດງ​ຄວາມ​ຫວັງ: ​ການ​ພົບ​ປະຄັ້ງ​ຕ່າງໆ​ຂອງ​ທ່ານ​ Kerry ລັດຖະມົນຕີການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢູ່ ອິດສະຣາ​ແອນ ​ ກັບ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ຈະ​ຊ່ວຍ​ເຮັດ​ໃຫ້ການ​ເຈລະຈາ​ກັບ​ຄືນສູ່​ການ​ເຄື່ອນ​ໄຫວ​ຢ່າງ​ຖືກ​ທິດ​ເພື່ອ​ສາມາດ​ນຳ​ມາ​ເຊິ່ງ​ສັນຕິພາບ. ​ໃນ​ຂະນະ​ນັ້ນ ທ່ານ Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ອິດສະຣາ​ແອນ ​ແລະ ປາ​ແລດ​ສະ​ຕີນ ອາດ​ຈະບັນລຸ​ຄວາມ​ຄືບ​ຫນ້າ​​ໃຫ້​ແກ່​ຂໍ້​ຕົກລົງ​ສັນຕິພາບ​ໃນ 6 ​ເດືອນ​ຍັງ​​ເຫລືອ​ຂອງ​ການ​ກຳນົດ​ເວລາແມ່ນ 9 ​ເດືອນ.

ຂ່າວ/ບົດ​ອື່ນ