ອິດສະຣາແອນສືບຕໍ່ ບຸກໂຈມຕີທາງອາກາດ ເຂົ້າເຂດກາຊາ
(ພາບ: AFP/ TTXVN)
(vovworld)- ໂດຍບໍ່ຫົວຊາຕໍ່ກຳລັງດັນຂອງປະຊາຄົມໂລກ, ວັນທີ 11/7, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ປະກາດຈະສືບຕໍ່ບັ້ນບຸກໂຈມຕີການທະຫານເຂົ້າເຂດກາຊາ ຈົນເຖິງເວລາບັນລຸໄດ້ຈຸດໝາຍຢຸດຕິການຍິງລູກຈະຫຼວດເຂົ້າເຂດດິນແດນອິດສະຣາແອນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ Tel Aviv, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໃຫ້ຮູ້ວ່າ: ອິດສະຣາແອນ ບໍ່ປັດເຂ່ຍຄວາມສາມາດຈະເປີດກ້ວາງການເຄື່ອນໄຫວດ້ານການທະຫານເປັນບັ້ນຮົບທາງບົກຢູ່ເຂດກາຊາ, ແທນໃຫ້ການບຸກໂຈມຕີທາງອາກາດເປັນຕົ້ນຕໍຄືໃນປະຈຸບັນ. ໃນຂະນະທີ່ສະພາບການສູ້ຮົບຢູ່ເຂດກາຊາ ພວມມີທ່າອ່ຽງປິນຂັ້ນໄດທີ່ອັນຕະລາຍ, ສະພາຕ່ຳອາເມລິກາເຫັນດີເປັນເອກະສັນຮັບຮອງເອົາມະຕິສະໜັບສະໜູນ “ສິດປ້ອງກັນຕົວເອງ“ ຂອງອິດສະຣາແອນ ໃນບັ້ນບຸກໂຈມຕີທາງອາກາດແນໃສ່ຮາມາດ. ມະຕິຖືວ່າອາເມລິກາ ຕ້ອງສະຫນັບສະໜູນ ອິດສະຣາແອນ ຕ້ານຄືນບັນດາມືປືນຮາມາດ./.