ອິ​ດ​ສະ​ລາ​ແອນ, ບາ​ເຣັນ ເຊັນ ​ຖະ​ແຫຼງ​ການ​ຮ່ວມ​ ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ບັນດາຂໍ້ຕົກລົງນີ້ເປີດຊ່ອງທາງໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ອິດສະລາແອັນ ແລະ ບາເຣັນ. ອິດສະລາແອັນ ກໍ່ໄດ້ມອບໃຫ້ບາເຣັນ ເອກະສານຢ່າງເປັນທາງການ ເພື່ອສະເໜີເປີດສະຖານທູດ ປະຈຳ ບາເຣັນ. 
ອິ​ດ​ສະ​ລາ​ແອນ, ບາ​ເຣັນ ເຊັນ ​ຖະ​ແຫຼງ​ການ​ຮ່ວມ​ ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Alon Ushpiz ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ ແລະ ທ່ານ Abdullatif bin Rashud Al-Zayani ລັດຖະມົນຕີການຕ່າງປະເທດ ບາເຣັນ ລົງນາມຂໍ້ຕົກລົງສອງຝ່າຍລວມມີ 8 ສະບັບ (ພາບ: AFP)

        ໃນວັນທີ 18 ຕຸລາ ຢູ່ນະຄອນຫຼວງ Manama, ປະເທດບາເຣັນ ທ່ານ Alon Ushpiz ລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ ແລະ ທ່ານ Abdullatif bin Rashud Al-Zayani ລັດຖະມົນຕີກະຊວງການຕ່າງປະເທດ ບາເຣັນໄດ້ລົງນາມຂໍ້ຕົກລົງສອງຝ່າຍລວມມີ 8 ສະບັບ, ໃນນັ້ນ ມີຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນທາງການທູດ, ສັນຕິພາບ ແລະ ມິດຕະພາບ. ບັນດາຂໍ້ຕົກລົງນີ້ເປີດຊ່ອງທາງໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ອິດສະລາແອັນ ແລະ ບາເຣັນ. ອິດສະລາແອັນ ກໍ່ໄດ້ມອບ ເອກະສານທາງການໃຫ້ບາເຣັນ ເພື່ອສະເໜີເປີດສະຖານທູດອີດສະລາແອັນ ປະຈຳ ບາເຣັນ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ມີການກະທຳເປັນປໍລະປັກເຊິ່ງກັນແລະກັນ ແລະ ຕ້ານຄືນການກະທຳທີ່ເປັນປໍລະປັກຈາກຝ່າຍທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ