ອິດສະລາແອັນ, ອາເມລິກາ ປຶກສາຫາລືກ່ຽວກັບສະພາບການ ຊີຣີ ແລະ ອີຣານ

(VOVWORLD) - ວັນທີ 02 ກັນຍາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ພົບປະກັບຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ຊີຣີ ທ່ານ James Jefferey ພວມຢູ່ຢ້ຽມຢາມ ອິດສະລາແອັນ

ເພື່ອປຶກສາຫາລືກ່ຽວກັບບັນດາຈຸດເຄັ່ງຮ້ອນໃນພາກພື້ນຄືຢູ່ ຊີຣີ ແລະ ອີຣານ. ຖະແຫຼງການຂອງຫ້ອງວ່າການນາຍົກລັດຖະມົນຕີ Netanyahu ໃຫ້ຮູ້ວ່າ: ທີ່ການພົບປະຄັ້ງນີ້, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ ກໍ່ຄືບັນດາການເຄື່ອນໄຫວຂອງ ອີຣານ ຊຶ່ງ ອາເມລິກາ ຖືວ່າແມ່ນ: “ກໍ່ການຮ້າຍ ແລະ ກໍ່ຄວາມຂາດສະຖຽນລະພາບ” ໃນພາກພື້ນ.

        ກ່ອນທີ່ເດີນທາງໄປຢ້ຽມຢາມ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງການໃຫ້ຮູ້ວ່າ: ທ່ານ  Jefferey ພ້ອມກັບທູດພິເສດ ອາເມລິກາ ກ່ຽວກັບ ຊີຣີ ທ່ານ Joel Rayburn ຈະປຶກສາຫາລືກ່ຽວກັບ “ວິທີການຮັກສາຄວາມໝັ້ນຄົງໃຫ້ ອິດສະລາແອັນ ໃນຂະນະທີ່ຮັບມືຕໍ່ບັນດາການກະທຳກໍ່ຄວາມຂາດສະຖຽນລະພາບຂອງ ອີຣານ”.


ຕອບກັບ

ຂ່າວ/ບົດ​ອື່ນ