ອິດສະລາແອັນ ຮັບຮອງເອົາເຂດຕັ້ງຖິ່ນຖານໃໝ່ຢູ່ຝັ່ງຕາເວັນຕົກ

(VOVWORLD) - ວັນທີ 15 ກັນຍາ, ລັດຖະບານ ອິດສະລາແອັນ ໄດ້ໃຫ້ສັດຕະຍາບັນເຂດຕັ້ງຖິ່ນຖານໃໝ່ຢູ່ເຂດຝັ່ງຕາເວັນຕົກຢຶດຄອງ. ການກະທຳນີ້ ດຳເນີນໄປໃນສະພາບການທີ່ຫຍັງເຫຼືອພຽງແຕ່ 2 ວັນຫກໍ່ຈະຮອດວັນເລືອກຕັ້ງສະພາແຫ່ງຊາດ ອິດສະລາແອັນ.
ອິດສະລາແອັນ ຮັບຮອງເອົາເຂດຕັ້ງຖິ່ນຖານໃໝ່ຢູ່ຝັ່ງຕາເວັນຕົກ - ảnh 1 ພາບປະກອບ / AFP/ TTXVN

ໃນຖະແຫຼງການສະບັບໜຶ່ງ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໃຫ້ຮູ້ວ່າ: ລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ເຫັນດີເປັນເອກະພາບຫັນ “ຄຸ້ມເຮືອນຕັ້ງຖິ່ນຖານ” Mevoot Yericho ຢູ່ເຂດຮ່ອມພູ ຈໍແດນ ກາຍເປັນເຂດຕັ້ງຖິ່ນຖານຕົງທີ່ຢ່າງເປັນທາງການ. ຖະແຫຼງການຊີ້ແຈ້ງວ່າ: “ລັດຖະບານໄດ້ຜ່ານຂໍ້ສະເໜີແນະຂອງບັນດາສະມາຊິກລັກຖະສະພາກ່ຽວກັບການກໍ່ສ້າງເຂດຕັ້ງຖິ່ນຖານ Mevoot Yericho” ໃນກອງປະຊຸມຄະນະລັດຖະບານປະຈຳອາທິດໄດ້ຮຽກໂຮມຢູ່ເຂດຮ່ວມພູ ຈໍແດນ. ທີ່ກອງປະຊຸມນີ້, ທ່ານນາຍົກລັດຖະມົນຕີ Benjamin Netanyahu ກໍ່ປະກາດຈຸດປະສົງການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກເປີດກ້ວາງ ດ້ວຍການສົມທົບກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ