ອັດເວທີປາໄສລັດຖະສະພາອາຊີ - ປາຊີ​ຟີກ ຄັ້ງທີ 21

ອັດເວທີປາໄສລັດຖະສະພາອາຊີ - ປາຊີ​ຟີກ ຄັ້ງທີ 21 - ảnh 1
(ພາບປະກອບ)
(vovworld) -     ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ວັນ​ທີ 30/01, ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ - ປາຊີ​ຟີກ ຄັ້ງ​ທີ 21 (APPF - 21) ​ສິ້ນສຸດ​ລົງຢ່າງ​ຈົບງາມ ຢູ່​ນະຄອນ Vladivostok, ປະ​ເທດ​ລັດ​ເຊຍ. APPF – 21 ​ໄດ້​ຮັບຮອງ​ເອົາ​ມະຕິ​​ເຊິ່ງລວມມີ ​ເອກະສານ ​ແລະ ຖະ​ແຫຼ​ງການ​ຮ່ວມ 14 ສະບັບ ທີ່​ຮັບຮອງ​ເອົາ​ບັນດາ​ໝາກຜົນ​ເຊິ່ງບັນລຸ​ໄດ້. ​ເວທີ​ປາ​ໄສ​ໄດ້​ເຫັນ​ດີ​ເລືອກ​ຕັ້ງ​ ​ເມກ​ຊິກ​ໂກ ​ເປັນ​ປະທານ​ໝູນ​ວຽນ​ຂອງ​ APPF ອາຍຸ​ການ 2013 – 2014. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວພາຍຫຼັງ​ສິ້ນ​ສຸດ​ເວ​ທີ​ປາ​ໄສ, ທ່ານ​ນາງ​ປະທານ APPF – 21, ທັງ​ເປັນ​ປະທານ​ສະພາ​ສະຫະພັນ​ລັດ​ເຊຍ Valentina Matvienko ​​ເນັ້ນ​ໜັກ​ວ່າ ບັນດາ​ວາລະ​ປຶ​ກສາຫາລື​ບັນ​ລຸ​ໄດ້​ໝາກຜົນ​ດີ; ຢືນຢັນ​ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ 2 ​ເຫດການ​ໃຫຍ່​ຢ່າງ​ລຽນ​ຕິດ​ນັ້ນ​ແມ່ນ ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດອາຊີ - ປາຊີ​ຟີກ (APEC - 2012) ​ແລະ APPF – 21 ທີ່​ນຳ​ມາ​ເຊິ່ງ ໂອກາດ​ທີ່​ໃຫຍ່​ຫຼວງ​ໃຫ້​ລັດ​ເຊຍ ​ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ ​ແລະ ທີ່​ຕັ້ງ​ຢູ່​ພາກ​ພື້ນອາຊີ - ປາຊີ​ຟີກ.

        ຄະນະ​ຜູ້​ແທນຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງ​ຈູ​ລິວ ນຳ​ໜ້າ, ​ໄດ້​ມີ​ບົດ​ປະກອບ​ຄຳ​ເຫັນ​ຢູ່​ທຸກ​ວາລະ​ເຮັດ​ວຽກ​ຂອງ​ເວທີ​ປາ​ໄສ; ຍົກ​ອອກ​ຂໍ້​ລິ​ເລີ່​ມລະຫວ່າງ​ລັດຖະສະພາ​ບັນດາ​ປະ​ເທດ APPF ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ມີ​ບົດ​ປະກອບ​ຄຳ​ເຫັນ​ສຳຄັນ​ທີ່​ກ່ຽວຂ້ອງ​​ເຖິງ​ຂົງ​ເຂດ​ຄ້ຳປະກັນ​ດ້ານ​ດ້ານ​ສະບຽງ​ອາຫານ​ຢູ່ ອາຊີ - ປາຊີ​ຟີກ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາສູງ​ຈາກ​ເວທີ​ປາ​ໄສ. ຢູ່​ນອກ​ເວທີ​ປາ​ໄສ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງ​ຈູ​ລິວ ຍັງ​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ປະທານ​ສະພາ​ສະຫະພັນ​ລັດ​ເຊຍ; ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່ສະພາ ດູ​ມາ​ ແຫ່ງ​ຊາດ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ Vladivostok; ຢ້ຽມຢາມ​ສຳນັກງານ​ກົງ​ສູນ​ໃຫຍ່​ສະຖານທູ​ດຫວຽດນາມ ປະຈຳ Vladivostok ​ແລະ ​ໂອ້​ລົມ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ