ອຸດໜູນຜູ້ເຂົ້າຮ່ວມການຕໍ່ສູ້ປົກປັກ ຮັກສາປະເທດຊາດ

( vovworld ) – ກະຊວງ​ການ​ເງິນ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຫາ​ກໍ່​ປະກາດ​ໃຊ້​ການ​ແນະນຳ​ລະບອບ, ນະ​ໂຍບາຍ​ທີ່​ມີ​ຕໍ່​ເປົ້າໝາຍ​ເຂົ້າຮ່ວມການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ (ການ​ຕໍ່ສູ້​ປ້ອງ​ກັນເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້, ພາກ​ເໜືອ), ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່ກຳ​ປູ​ເຈຍ, ຊ່ວຍ​ເພື່ອ​ນລາວ ຫລັງ​ວັນ​ທີ 30/4/1975 ຊື່​ງ​ໄດ້​ອອກ​ທັບ, ​ເຊົາ​ເຮັດ​ວຽກ. ຕາມ​ນັ້ນ​ແລ້ວ, ນາຍ​ທະຫານ, ທະຫານ​ເຂົ້າຮ່ວມການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໂດຍ​ກົງ ​ແລະ​ ປະຕິບັດ​ໜ້າ​ທີ່​ສາກົນ ​ປະຕິບັດ​ໜ້າທີ່​ໃນ​ກອງທັບ​​ໃນ​ເວລາ​ຕ່ຳ​ກ່ວາ 20 ປີ, ປະຈຸ​ບັນ​ບໍ່​ໄດ້​ຮັບ​ເງິນ​ເບັ້ຍບຳນານ, ​ເງິນ​ສຳລັບຜູ້​ບໍ່​ສາມາດ​ອອກ​ແຮງ​ງານ​ໄດ້, ​ເງິນ​ໃຫ້​ແກ່ນ​ັກຮົບ​ເຈັບ​ປ່ວຍ… ຕາມ​ໄລຍະ​ເວລາ​ປະຕິບັດ​ໜ້າ​ທີ່​ໃນ​ກອງທັບ ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ແຕ່ 925.000 ດ່ົງ/​ເດືອນ ​ເຖິງ 1.110.000 ດົ່ງ/​ເດືອນ.
ຂ່າວ/ບົດ​ອື່ນ