ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ

(VOVWORLD) - ທ່ານປະທານາທິບໍດີ Droupadi Murmu ຢັ້ງຢືນວ່າ: ການພົວພັນ ຫວຽດນາມ - ອິນເດຍ ມີບາດກ້າວພັດທະນາດີງາມທີ່ສຸດບົນພື້ນຖານການພົວພັນປະຫວັດສາດທີ່ເປັນມູນເຊຶ້ື້ອ ແລະ ມີຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດດ້ານຍຸດທະສາດ
ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທັງຫາຍ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອິນເດຍ Droupadi Murmu (ພາບ:TTXVN)

ວັນທີ 26 ຕຸລາ, ທີ່ທຳນຽບປະທານາທິບໍດີ Rashtrapati Bhavan ຢູ່ນະຄອນຫຼວງ ນິວເດລີ ຂອງປະເທດ ອິນເດຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທັງຫາຍ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອິນເດຍ Droupadi Murmu. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານນາງປະທານາທິບໍດີ Droupadi Murmu ຢັ້ງຢືນວ່າ: ການພົວພັນ ຫວຽດນາມ - ອິນເດຍ ມີບາດກ້າວພັດທະນາດີງາມທີ່ສຸດບົນພື້ນຖານການພົວພັນປະຫວັດສາດທີ່ເປັນມູນເຊຶ້ື້ອ ແລະ ມີຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດດ້ານຍຸດທະສາດ. ທ່ານນາງປະທານາທິບໍດີ Droupadi Murmu ກໍ່ສະແດງຄວາມປາດຖະໜາວ່າ ສອງຝ່າຍສືບຕໍ່ຮ່ວມມືເປັນຢ່າງດີ ເພື່ອປະຕິບັດສຳເລັດຖະແຫຼງການຮ່ວມ ຫວຽດນາມ - ອິນເດຍ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ເພື່ອປະຊາຊົນ.

        ສ່ວນ ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ  ໃຫ້ຄຳໝັ້ນສັນຍາ ແລະ ຈະມານະພະຍາຍາມເພື່ອສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເລິກເຊິ່ງກ່ວາອີກ; ຊຸກຍູ້ການຮ່ວມມືແທດຈິງໃນບັນດາຂົງເຂດ; ຊຸກຍູູ້ການຮ່ວມມືວິທະຍາສາດ ແລະ ການສຶກສາ, ແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ