ອີນເດຍ ສະເຫຼີມສະຫຼອງ 67ແຫ່ງວັນເອກະລາດ

ອີນເດຍ ສະເຫຼີມສະຫຼອງ 67ແຫ່ງວັນເອກະລາດ - ảnh 1
ອີນ​ເດຍ ສະ​ເຫຼີ​ມສະຫຼອງ 67​ແຫ່ງ​ວັນ​ເອກະລາດ
(ພາບ: Reuters)

(vovworld) - ຕອນ​ເຊົ້າ​ວັນ​ທີ 15 ສິງຫາ, ອີນ​ເດຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ເອກະລາດ (15 ສິງຫາ 1947 – 15 ສິງຫາ 2013), ​ໃນ​ສະພາບ​ທີ່​ຄວາມ​ປອດ​ໄພ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ໃນ​ລະດັບ. ມີ​ພາລະ​ກອນ​ປ້ອງ​ກັນຄວາມ​ສະຫງົບ ​ແລະ ກຳລັງ​ເຄິ່ງປະກອບ​ອາວຸດນັບ​ພັນໆ​ຄົນ ​ໄດ້​ຮັບ​ການຜັນ​ຂະຫຍາຍຢູ່​ພາຍ​ໃນ ​ແລະ ອ້ອມ​ນະຄອນ New Delhi. ​ໃນ​ສູນ​ທອນ​ພົດສະ​ເຫຼີ​ມສະຫຼອງ​ວັນ​ເອກະລາດ, ທ່ານ​ນາຍົກລັດຖະມົນຕີ Manmohan Singh ສະ​ແດງ​ຄວາມ​​ໂສກ​ເສົ້າຕໍ່​ໄພ​ນ້ຳ​ຖ້ວມ​​ທີ່​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ ​ແລະ ຖືກ​ບາດ​ເຈັບ ກໍ່​ຄື​ຄວາມເສຍ​ຫາຍດ້ານ​ວັດຖຸ ຢູ່​ລັດ Uttarakhan ກ່ອນ​ນີ້ 2 ​ເດືອນ ​ແລະ ​ເຫດກໍ່າ​ປັ່ນ​ດຳ​ນ້ຳ INS Sindhurakshak ຂອງກອງທັບ​ເຮືອ​ອີນ​ເດຍ ຫາ​ກໍ່​ຖືກ​ຈົມ​ນ້ຳ ​ໃນ​ເຫດ​ຢູ່ Mumbai ​ເມື່ອ​ວັນ​ທີ 13 ສິງຫາ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ອີນ​ເດຍ ຕີ​ລາຄາ​ສູງ​ການ​ປະຕິ​ຮູບ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Narsimha Rao ປຸກລະດົມ​ເມື່ອ​ປີ 1991. ການ​ປະຕິ​ຮູບ​ນັ້ນ ​ສືບ​ຕໍ່ໄດ້​ຮັບ​ການຊຸກຍູ້​ ​ແລະ ບັນລຸ​ໄດ້ຜົນ​ງານ​ຢ່າງ​ຕໍ່​ເນື່ອງ. ນັບ​ແຕ່​ຂຶ້ນ​ກຳ​ອຳນາດ​ເມື່ອ​ເດືອນ ພຶດສາ​ພາ ປີ 2004 ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ໄດ້​ມີ​ການ​ເຮັດ​ວຽກ​ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ ​ແລະ ມານະ​ພະຍາຍາມ​ກໍ່ສ້າງ​ປະ​ເທດ​ອີນ​ເດຍທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ