(vovworld) – ວັນທີ 25/11, ອາເມລິກາ ແລະ ອິນເດຍ ໄດ້ດຳເນີນຮອບເຈລະຈາດ້ານການຄ້າຄັ້ງທຳອິດຢ່າງເປັນທາງການລະຫວ່າງ 2 ປະເທດໃນໄລຍະ 4 ປີຜ່ານມາ. ການເຈລະຈາດຳເນີນໄປຢູ່ນະຄອນຫຼວງ New Delhi, ປະເທດອິນເດຍ. ຖະແຫຼງການຮ່ວມສິ້ນສຸດຮອບເຈລະຈາຊີ້ແຈ້ງວ່າ, ເຖິງວ່າ 2 ຝ່າຍບໍ່ບັນລຸໄດ້ບາດກ້າວບຸກທະລຸໃດໆກໍ່ຕາມ ແຕ່ໄດ້ວາງອອກບັນດາແຜນການໃຫ້ການເຈລະຈາຄັ້ງຕໍ່ໄປ, ໂດຍສຸມໃສ່ເຂົ້າໃນຂົງເຂດກະສິກຳ, ບັນດາຂະແໜງການບໍລິການ, ຜະລິດ ແລະ ຊັບສິນທາງປັນຍາ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງຮອບເຈລະຈາ ເຊິ່ງໄດ້ມີການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການການຄ້າອິນເດຍ Nirmala Sithamaran, ຜູ້ຕ່າງຫນ້າດ້ານການຄ້າອາເມລິກາ ທ່ານ Michael Froman ໄດ້ສະແດງຄວາມປະທັບໃຈຕໍ່ໝາກຜົນການເຈລະຈາຄັ້ງນີ້, ແຕ່ໃຫ້ຮູ້ວ່າ, 2 ຝ່າຍອາດຈະບໍ່ບັນລຸໄດ້ບາດກ້າວບຸກທະລຸສຳຄັນໃນການຢ້ຽມຢາມອິນເດຍ ຂອງທ່ານປະທານາທິບໍດີອາເມລິກາ Barack Obama ໃນເດືອນ 01/2015. ທ່ານ Froman ກະຕຸກຊຸກຍູ້ອິນເດຍ ຮັກສານະໂຍບາຍຕະຫຼາດເປີດ ແລະ ຮັບປະກັນໃຫ້ບັນດານັກລົງທຶນຕ່າງປະເທດໄດ້ເຄື່ອນໄຫວໃນສະພາບແວດລ້ອມສັນຕິພາບ, ກະຈາງແຈ້ງ ແລະ ເໝາະສົມ.