ອິນເດຍ,ສ.ເກົາຫຼີເພີ່ມ ທະວີການຮ່ວມມືໃນ ຫຼາຍຂົງເຂດ
ທ່ານນາງລັດຖະມົນຕີການຕ່າງປະເທດອິນເດຍ Sushma Swaraj
(ພາບ: newindianexpress.com )
(vovworld)– ໃນຄວາມມານະພະຍາຍາມຜັນຂະຫຍາຍການປະຕິບັດນະໂຍບາຍ “ການກະທຳຢູ່ທາງທິດຕາເວັນອອກ“ ຂອງລັດຖະບານອິນເດຍ, ວັນທີ 28/12, ທ່ານນາງ Sushma Swaraj ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເດີນທາງໄປຢ້ຽມຢາມ ສ.ເກົາຫຼີ ເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ. ທ່ານນາງ Sushma Swaraj ແລະ ທ່ານ Yoon Sang Jick ລັດຖະມົນຕີວ່າການກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານປະເທດເຈົ້າພາບ ໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດສຳຄັນ. ວັນທີ 29/12, ທ່ານນາງລັດຖະມົນຕີການຕ່າງປະເທດອິນເດຍ ແລະ ຄູ່ຕຳແໜ່ງປະເທດເຈົ້າພາບ Yun Byung Se ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການຮ່ວມ ສ.ເກົາຫຼີ-ອິນເດຍ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນຫາຮ່ວມມືໃນບັນດາຂົງເຂດພະລັງງານນິວເຄຼຍ, ການລົງທຶນ ແລະ ການປ້ອງກັນຊາດ./.