ທະຫານອິນເດຍ
(ພາບ:baotintuc.vn)
(vovworld) - ວັນທີ 14/1, ກອງທັບອິນເດຍ ແລະ ປາກີສະຖານ ໄດ້ດຳເນີນການປະຊຸມດ່ວນຢູ່ Chakan Da Bagh ເພື່ອປຶກສາຫາລືມາດຕະການຫລຸດຜ່ອນຄວາມເຄັ່ງຕຶງພາຍຫຼັງການປະທະກັນຄັ້ງຕ່າງໆຢູ່ເຂດຊາຍແດນ. ການປະຊຸມໂດຍອິນເດຍ ສະເໜີ ຊື່ງໄດ້ດຳເນີນໄປໃນສະພາບການຄວາມເຄັ່ງຕຶງລະຫວ່າງອິນເດຍ ແລະ ປາກີສະຖານ ສືບຕໍ່ປິນຂັ້ນໄດ. ນີວເດລີ ໄດ້ກ່າວຜູກໂທດວ່າໃນຕອນຄ່ຳວັນທີ 13/1, ທະຫານປາກີສະຖານ ໄດ້ຍິງປືນໃສ່ບັນດາສະຖານທີ່ຕັ້ງທັບຂອງທະຫານອິນເດຍ ຢູ່ລຽບຕາມເຂດຊາຍແດນຄວບຄຸມ (LOC) ບັງຄັບໃຫ້ກຳລັງທະຫານອິນເດຍ ຕ້ອງຍິງໂຕ້ຕອບຄືນ. ການເຄື່ອນໄຫວດ້ານການຄ້າລະຫວ່າງອິນເດຍ ແລະ ປາກີສະຖານ ຜ່ານ LOC ກໍ່ຖືກຢຸດສະງັກໃນເວລາເກືອບອາທິດໜຶ່ງຜ່ານມາ. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອຕອນເຊົ້າວັນທີ 14/1 ຢູ່ນະຄອນຫຼວງນິວເດລີ, ນາຍພົນ Bikram Singh ຫົວໜ້າເສນາທິການໃຫ່ຍກອງທັບບົກອິນເດຍ ໄດ້ຕຳນິຕິຕຽນການກະທຳຂອງທະຫານປາກີສະຖານ ຢ່າງແຮງ ແລະ ກ່າວປະນາມເລື່ອງທະຫານປາກີສະຖານ ໄດ້ເຂັ່ນຂ້າທະຫານອິນເດຍ ສອງຄົນຢູ່ LOC.