ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ຂອງ ຫວຽດ​ນາມ

(VOVWORLD) -ທ່ານລັດຖະມົນຕີ Luhut ໄດ້ຕີລາຄາວ່າ ຂົງເຂດເສດຖະກິດດີຈີຕອນຂອງ ອາຊຽນ ພວມພັດທະນາຢ່າງແຮງໃນສະພາບການເກີດ ໂລກລະບາດໂຄວິດ - 19 ຂຶ້ນ. ເຖິງວ່າ, ມີຫຼາຍຂົງເຂດເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຂົງເຂດເສດຖະກິດຕີຈີຕອນພັດພວມໄດ້ຮັບຜົນປະໂຫຍດຈາກການປ່ຽນແປງນີ້.
ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ຂອງ ຫວຽດ​ນາມ - ảnh 1ພາບປະກອບ: hub.packtpub.com

ກ່າວຄຳເຫັນທີ່ກອງປະຊຸມສຳມະນາທາງອອນລາຍ ໂດຍບໍລິສັດການຄ້າ ເອເລັກໂຕນິກ Bukalapak ຂອງ ອິນໂດເນເຊຍ ແລະ ກຸ່ມບໍລິສັດເຕັກໂນໂລຢີ Microsoft ຂອງ ອາເມລິກາ ຈັດຂຶ້ນໃນວັນທີ 8 ມີນາ, ທ່ານ Luhut Binsar Panjaitan ລັດຖະມົນຕີປະສານງານບັນດາບັນຫາໃນທາງທະເລ ແລະ ການລົງທຶນ ອິນໂດເນເຊຍ ໄດ້ຕີລາຄາສູງ ເລື່ອງພື້ນຖານເສດຖະກິດດີຈີຕອນ ຂອງຫວຽດນາມ ບັນລຸການເຕີບໂຕຢູ່ລະດັບ 16% ໃນປີ 2020. ຕາມທ່ານແລ້ວ, ເຖິງວ່າ ພື້ນຖານເສດຖະກິດດີຈີຕອນ ຂອງ ອິນໂດເນເຊຍ ຍັງເຕີບໂຕຢູ່ລະດັບ 11% ພ້ອມກັບບັນດາປະເທດໃນອາຊຽນ ຄື ມາເລເຊຍ ແລະ ສິງກະໂປ, ແຕ່ວ່າ ອິນໂດເນເຊຍ ຍັງຢຶນຢູ່ອັນດັບຖັດຈາກ ຫວຽດນາມ.

ທ່ານລັດຖະມົນຕີ Luhut ໄດ້ຕີລາຄາວ່າ ຂົງເຂດເສດຖະກິດດີຈີຕອນຂອງ ອາຊຽນ ພວມພັດທະນາຢ່າງແຮງໃນສະພາບການເກີດ ໂລກລະບາດໂຄວິດ - 19 ຂຶ້ນ. ເຖິງວ່າ, ມີຫຼາຍຂົງເຂດເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຂົງເຂດເສດຖະກິດຕີຈີຕອນພັດພວມໄດ້ຮັບຜົນປະໂຫຍດຈາກການປ່ຽນແປງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ