ອິນໂດເນເຊຍ ປິດນັບພັນໆເວັບໄຊພວກຫົວຮຸນແຮງ

(VOVWORLD) -ລັດຖະບານ ອິນໂດເນເຊຍ ໄດ້ປິດນັບພັນໆເວັບໄຊ “ດຳ” ແນໃສ່ຮັບປະກັນເຄືອຂ່າຍອີນເຕີເນັດ ຈະບໍ່ບັນລຸບັນດາເນື້ອໃນທີ່ກ່ຽວຂ້ອງເຖິງພວກຫົວຮຸນແຮງ ແລະ ກໍ່ການຮ້າຍ.

ນີ້ແມ່ນການກະທຳເຊິ່ງໄດ້ດຳເນີນໃນສະພາບເກີດເຫດບຸກໂຈມຕີສະຫຼະຊີບ ແລະ ກໍ່ການຮ້າຍໃນ 2 ອາທິດຜ່ານມາຢູ່ອິນໂດເນເຊຍ ໄດ້ເຮັດໃຫ້ກວ່າ 32 ຄົນຢູ່ແຂວງທິດຕາເວັນອອກ Java ແລະ Riau. ກ່າວຄຳເຫັນຢູ່ແຂວງ Yogakarta, ທ່ານລັດຖະມົນຕີກະຊວງຖະແຫຼງຊ່າວ ແລະ ສື່ສານອິນໂດເນເຊຍ Rudi Antara ໃຫ້ຮູ້ວ່າ, ມີກວ່າ 3.000 ເວັບໄຊໂຄສະນາແນວຄິດຫົວຮຸນແຮງຖືກປິດແລ້ວ ແລະ ມີປະມານ 9.500 ເວັບໄຊ ອື່ນພວມຖືກກວດກາ. ຕາມທ່ານແລ້ວ, ການກະທຳດັ່ງກ່າວແມ່ນເພື່ອແນໃສ່ສົ່ງເສີມປະຊາຊົນຍົກສູງສະຕິດັບສູນພວກຫົວຮຸນແຮງ, ກໍ່ການຮ້າຍ ຍ້ອນມີຫຼາຍເນື້ອໃນກ່ຽວຂ້ອງເຖິງການກໍ່ການຮ້າຍ ແລະ ຫົວຮຸນແຮງ ໄດ້ປະກົດອອກຢູ່ບັນດາເວັບໄຊ, ໃນນັ້ນມີ Facebook, Instagram ຫຼື Youtube.

ຕອບກັບ

ຂ່າວ/ບົດ​ອື່ນ