(vovworld) – ຕາມແຜນການພັດທະນາໄລຍະກາງແຫ່ງຊາດປີ 2015 – 2019, ອິນໂດເນເຊຍ ພວມສຸມໃສ່ແຜນການພັດທະນາຂະແໜງອຸດສາຫະກຳ ດ້ວຍຄາດໝາຍໃນໄລຍະ 5 ປີຈະມາເຖິງ ນຳປະເທດນີ້ກາຍເປັນປະເທດມີພື້ນຖານອຸດສາຫະກຳພັດທະນາຢ່າງແຮງ ແລະ ມີກຳລັງແກ່ງແຍ້ງສູງ. ເພື່ອບັນລຸໄດ້ບັນດາຄາດໝາຍຂອງໄລຍະປີ 2015 – 2019, ລັດຖະບານອິນໂດເນເຊຍ ໄດ້ສຸມໃສ່ຊີ້ນຳບັນດາໂຄງການ ແລະ ນະໂຍບາຍພັດທະນາອຸດສາຫະກຳ, ໃນນັ້ນສຸມໃສ່ລົງທຶນທາງດ້ານກົນຈັກ ແລະ ອຸປະກອບອຸດສາຫະກຳ; ຍົກສູງແຫຼ່ງຊັບພະຍາກອນມະນຸດ; ສ້າງເງື່ອນໄຂໃຫ້ການສ້າງຕັ້ງສູນພັດທະນາເຕັກໂນໂລຊີອຸດສາຫະກຳ…