ອິນໂດເນເຊຍ ຮຽກຮ້ອງໃຫ້ ນິວຊີແລນ ຊຸກຍູ້ 4 ບູລິມາສິດໃນການຮ່ວມມືອາຊຽນ
(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ກໍ່ໄດ້ເຜີຍແຜ່ທັດສະນະຂອງ ອິນໂດເນເຊຍໃນພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟີກ, ໃນນັ້ນເນັ້ນໜັກທັດສະນະຂອງ ອິນໂດເນເຊຍ ກ່ຽວກັບຂົງເຂດສັນຕິພາບ-ວັດທະນາຖາວອນ ອີງໃສ່ການຮ່ວມມືແບບກວມລວມ
ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ແລະ ທ່ານນາງ Nanaia Mahuta ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ |
ເນື່ອງໃນໂອການການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ໄປຍັງ ຈາກາຕາ, ໃນວັນທີ 15 ພະຈິກ, ອິນໂດເນເຊຍ ຮຽກຮ້ອງໃຫ້ ນິວຊີແລນ ຊຸກຍູ້ 4 ບູລິມາສິດໃນຮ່ວມມື ກັບສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ). ທີ່ການຖະແຫຼງຂ່າວແບບທາງໄກພາຍຫຼັງກອງປະຊຸມສອງຝ່າຍຄູ່ຮ່ວມຕຳແໜ່ງ ນິວຊີແລນ, ທ່ານນາງ Nanaia Mahuta, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ 4 ບູລິມາສິດໃນການຮ່ວມມືລວມມີ ການຮ່ວມມືໃນຂົງເຂດການເດີນເຮືອ, ເຊື່ອມຕໍ່, ເປົ້າໝາຍແບບຍືນຍົງ ແລະ ການຄ້າການລົງທຶນໃນຂອບເຂດວິໄສທັດ ອາຊຽນ ກຽ່ວກັບ ມະຫາສະໝຸດອິນເດຍ-ປາຊີຟີກ(AOIP). ທ່ານລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ກໍ່ໄດ້ເຜີຍແຜ່ທັດສະນະຂອງ ອິນໂດເນເຊຍໃນພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟີກ, ໃນນັ້ນເນັ້ນໜັກທັດສະນະຂອງ ອິນໂດເນເຊຍ ກ່ຽວກັບຂົງເຂດສັນຕິພາບ-ວັດທະນາຖາວອນ ອີງໃສ່ການຮ່ວມມືແບບກວມລວມ