ອິນໂດເນເຊຍ ເລີ່ມເກັບຄ່າສັກວັກຊິນກັນພະຍາດໂຄວິດ - 19 ສຳລັບຄົນຕ່າງປະເທດ
(VOVWORLD) -ອຳນາດການປົກຄອງນະຄອນ ຈາກາຕາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (Kadin) ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ.
ອິນໂດເນເຊຍ ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ (ພາບ: THX/TTXVN) |
ວັນທີ 24 ສິງຫາ, ອຳນາດການປົກຄອງນະຄອນ ຈາກາຕາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (Kadin) ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ. ລະອຽດ, ຜູ້ໃດຢາກສັກວັກຊິນຕ້ອງເສຍຄ່າ 700.000 ຣູບີ (ເກືອບ 49 USD) ຕໍ່ໜຶ່ງເຂັມ. ຊະນິດວັກຊິນທີ່ໄດ້ນຳໃຊ້ໃນຄັ້ງນີ້ແມ່ນວັກຊິນຂອງບໍລິສັດການຢາ Sinopharm.
ລາຍການດັ່ງກ່າວແມ່ນນອນໃນຂອບເຂດໂຄງການສັກວັກຊິນ Gotong Royong (ຮ່ວມມືກັນ) ໂດຍເອກະຊົນອຸປະຖຳໃຫ້. ລາຍການດັ່ງກ່າວ ຖືກຈັດຂຶ້ນແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຊາວຕ່າງປະເທດທີ່ບໍ່ໄດ້ຮັບການສັກວັກຊິນຢູ່ສະຖານທູດແຫ່ງຕ່າງໆ. ເພື່ອເຂົ້າຮ່ວມລາຍການສັກວັກຊິນ Gotong Royong ໂດຍເສຍຄ່ານີ້, ຊາວຕ່າງປະເທດຕ້ອງແຈ້ງໜັງສືຜ່ານແດນ ແລະ ບັດອະນຸຍາດໃຫ້ພັກອາໄສຊົ່ວຄາວ (KITAS) ພ້ອມດ້ວຍຈົດທະບຽນລ່ວງໜ້າໃນເວັບໄຊຂອງ Kadin.