ອິນໂດເນເຊຍ ແລະ ຍີ່ປຸ່ນ ສະໜັບສະໜູນການແກ້ ໄຂບັນຫາທະເລຕາເວັນ ອອກດ້ວຍສັນຕິວິທີ

ອິນໂດເນເຊຍ ແລະ ຍີ່ປຸ່ນ ສະໜັບສະໜູນການແກ້ ໄຂບັນຫາທະເລຕາເວັນ ອອກດ້ວຍສັນຕິວິທີ - ảnh 1
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຢູ່ ກອງປະຊຸມ AMM 45

(vovworld) - ​ແຈ້ງ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ຢູ່​ນອກ​ກອງ​ປະ​ຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ທີ່​ຖື​ກຈັດ​ຂຶ້ນ ຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ ຜ່ານ​ມາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Marty Natalegawa ​ໄດ້​ມີ​ການ​ເຈລະ​ຈາ ກັບ​ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Koichiro Gemba. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ບັນດາ​ບັນຫາ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ລັດຖະມົນຕີ ທັງ 2 ທ່ານ ​ເນັ້ນ​ໜັກ​ວ່າ: ອິນ​​ໂດ​ເນ​ເຊຍ ​ແລະ ຍີ່ປຸ່ນ ​​ເຫັນ​ດີເປັນ​​ເອກະ​ພາບ​ຕໍ່​ທັດສະນະ​ລວມກ່ຽວ​ກັບ​ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ການ​ພິພາດ​ກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຕ້ອງ​ຜ່ານການ​ເຈລະຈາ​ໂດຍ​ສັນຕິ​ວິທີ ​ແລະ ອີງ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 (ຫຼື UNCLOS 1982). ລັດຖະມົນຕີ 2 ທ່ານ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ ຍຸດ​ທະ​ສາດຂັ້ນ​ລັດຖະມົນຕີ, ​ເພື່ອ​ຮັກສາ​ກຳລັງ​ໜູນ​ທີ່​ຕັ້ງໜ້າ​ໃຫ້​ແກ່​ການ​ພົວພັນ 2 ຝ່າຍ ​ແລະ ​ເປີ​​ດກ້ວາງການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ