(vovworld) - ວັນທີ 13/09, ຢູ່ທ່າກ່ຳປັນ Pelabuhan Teluk Lampa, Natuna ຂອງອິນໂດເນເຊຍ ໄດ້ດຳເນີນພິທີມອບສົ່ງຊາວປະມົງຫວຽດນາມ 228 ຄົນ. ນີ້ແມ່ນການມອບສົ່ງຊາວປະມົງດ້ວຍຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ແລະ ເປັນຄັ້ງທຳອິດທີ່ 2 ປະເທດຫວຽດນາມ ແລະ ອິນໂດເນເຊຍ ປະຕິບັດຮູບການມອບສົ່ງຊາວປະມົງບົນທະເລ. ທ່ານເລຂາທິການໃຫຍ່ກະຊວງເດີນທະເລ ແລະ ອາຊີບການປະມົງອິນໂດເນເຊຍ Sjarief Widjaja ໃຫ້ຮູ້ວ່າ, ປະເທດນີ້ເຂົ້າໃຈສິດຜົນປະໂຫຍດຂອງບັນດາຊາວປະມົງ ແລະ ກໍ່ພະຍາຍາມຮັບປະກັນສິດຜົນປະໂຫຍດດັ່ງກ່າວ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຮ່ວາງແອງຕ໋ວນ ໄດ້ໄປຢື້ຢາມຖາມຂ່າວບັນດາຊາວປະມົງ ແລະ ຂອບໃຈລັດຖະບານອິນໂດເນເຊຍ ໄດ້ມີການປະພຶດໂດຍມະນຸດສະທຳກັບບັນດາຊາວປະມົງຫວຽດນາມ ທີ່ຖືກຈັບຕົວ. ທ່ານເອກອັກຄະລັດຖະທູດຫວຽດນາມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ຫວຽດນາມ ແລະ ອິນໂດເນເຊຍ ຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດອື່ນ, ໂດຍສະເພາະແມ່ນໃນຂົງເຂດສິນໃນນ້ຳ, ການຄຸ້ມຄອງທະເລ.