(ພາບປະກອບຈາກ AFP/TTXVN)
|
(vovworld) - ວັນທີ 22/2, ລັດຖະບານ ອິນໂດເນເຊຍ ໄດ້ອອກຄຳສັ່ງໃຫ້ກຳລັງໜ້າທີ່ພິເສດ 115 ຂອງປະເທດນີ້ບຸກຕີກຳ່ປັ່ນຫາປາຢ່າງຜິດກົດໝາຍ 30 ລຳໃຫ້ຈົມນຳ້, ໃນນັ້ນມີບັນດາກຳ່ປັ່ນຫາປາຂອງຕ່າງປະເທດຢູ່ສະຖານທີ່ຕ່າງກັນ 5 ແຫ່ງ. ຜູ້ອຳນວຍການໃຫຍ່ອົງການຕິດຕາມກວດກາຊັບພະຍາກອນທະເລ ແລະ ອາຊີບຫາປາ Tyas Budiman ຮັບຮູ້ແຫລ່ງຂ່າວດັ່ງກ່າວ ແລະ ໃຫ້ຮູ້ວ່າ: ນີ້ແມ່ນການບຸກຕີກຳ່ປັ່ນຫາປາທີ່ຜິດກົດໝາຍຈົມນຳ້ຄັ້ງທຳອິດຂອງປີ 2016. ໃນຈຳນວນບັນດາກຳ່ປັ່ນທີ່ຖືກບຸກຕີໃຫ້ຈົມນ້ຳນັ້ນມີກຳ່ປັ່ນຂອງບັນດາປະເທດ: ຟີລິບປິນ, ຫວຽດນາມ, ມາເລເຊຍ ແລະ ມຽນມາ. ນອກຈາກນັ້ນ, ຍັງມີກຳ່ປັ່ນຂອງ ອິນໂດເນເຊຍ 4 ລຳກໍ່ຖືກບຸກຕີໃຫ້ຈົມນຳ້ຍ້ອນໄດ້ດຳເນີນບັນດາການເຄື່ອນໄຫວຫາປາແຕ່ບໍ່ມີໃບອະນຸຍາດທີ່ຖືກຕ້ອງກັບກົດໝາຍ.
ນັບແຕ່ເດືອນ 10/2014 ມາຮອດປະຈຸບັນ, ປະເທດ ອິນໂດເນເຊຍ ໄດ້ບຸກຕີກຳ່ປັ່ນຫາປາຢ່າງຜິດກົດໝາຍຂອງຕ່າງປະເທດທີ່ມາຫາປາຢູ່ປະເທດນີ້ໃຫ້ຈົມນຳ້ເກືອບ 150, ໃນນັ້ນມີບັນດາກຳ່ປັ່ນຂອງປະເທດ ຫວຽດນາມ, ຟີລິບປິນ, ໄທ, ມາເລເຊຍ, ປາປົວນິວກີເນ ແລະ ຈີນ.