(vovworld) - ແຈ້ງຂ່າວຕໍ່ສື່ມວນຊົນພາຍຫຼັງພິທີສະເໜີຕົວຄະນະບໍລິຫານງານໃຫມ່ຂອງສະມາຄົມນັກຂ່າວ ອິນໂດເນເຊຍ (PWI) ເມື່ອວັນທີ 31/10, ປະທານ PWI, ທ່ານ Margiono ໃຫ້ຮູ້ວ່າ PWI ຈະສ້າງຕັ້ງຮາກຖານບຳລຸງສ້າງ ແລະ ຝຶກອົບຮົມວິຊາຊີບສື່ມວນຊົນໃຫ້ແກ່ ນັກຂ່າວບັນດາປະເທດສະມາຊິກ ອາຊຽນດ້ວຍຫົວຂໍ້ວ່າ “ສູນບຳລຸງສ້າງສື່ມວນຊົນ ອາຊຽນ”, ເຊິ່ງຕັ້ງຢູ່ນະຄອນ Palembang, ເມືອງເອກທາງທິດໃຕ້ຂອງ Sumatra, ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງບັນດານັກຂ່າວໃນພາກພື້ນ. ຕາມທ່ານ Margiono ແລ້ວ, ແນວຄວາມຄິດຕັ້ງສູນບຳລຸງສ້າງສື່ມວນຊົນ ອາຊຽນ ໂດຍ ຄະນະບໍລິຫານງານ PWI ແລະ ຄະນະເລຂາສະຫະພັນບັນດານັກຂ່າວ ອາຊຽນ (CAJ) ສະເໜີ, ດ້ວຍຈຸດໝາຍເພີ່ມຄວາມສາມາດ ແລະ ລັກສະນະວິຊາການຂອງບັນດານັກຂ່າວ ອາຊຽນ ຜ່ານບັນດາລາຍການສຶກສາ ແລະ ບຳລຸງສ້າງ. PWI ຈະແຈ້ງແຜນການລະອຽດກ່ຽວກັບເລື່ອງສ້າງຕັ້ງຮາກຖານບຳລຸງສ້າງສື່ມວນຊົນນີ້ຢູ່ກອງປະຊຸມສະມັດຊາໃຫຍ່ CAJ ຖືກຈັດຂຶ້ນໃນລະຫວ່າງວັນທີ 21 – 25/11 ຢູ່ ມານີລາ, ປະເທດ ຟິລິບປິນ.