(vovworld) - ກ່າວຄຳເຫັນໄຂກອງປະຊຸມສາກົນກ່ຽວກັບອາດຊະຍາກຳສິນໃນນ້ຳຄັ້ງທີ 2 ຖືກໄຂຂຶ້ນໃນວັນທີ 10/10, ຢູ່ Yogyakarta, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ຢືນຢັນວ່າ “ອາດຊະຍາກຳສິນໃນນ້ຳແມ່ນອາດຊະຍາກຳຂ້າມຊາດ”. ກອງປະຊຸມໂດຍມີການເຂົ້າຮ່ວມຂອງ 46 ປະເທດ, ໃນນັ້ນມີອົດສະນາລີ, ໂອຕາລິດ, ຈີນ, ອິນເດຍ, ຫວຽດນາມ… ເພື່ອແນໃສ່ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງອາດຊະຍາກຳທາງທະເລຄື: ການຫາປາຢ່າງຜິດກົດໝາຍ, ການຄ້າມະນຸດ, ອາດຊະຍາກຳຢາເສບຕິດ… ໃນບົດກ່າວປາໄສຂອງຕົນ, ທ່ານປະທານາທິບໍດີ Widodo ເນັ້ນໜັກເຖິງຄວາມຈຳເປັນໃນການຮ່ວມມືທົ່ວໂລກ ເພື່ອແນໃສ່ຕ້ານຄືນການຫາປາຢ່າງຜິດກົດໝາຍ ເຊິ່ງຮັບຖືວ່າໄດ້ກາຍເປັນອາດຊະຍາກຳຂ້າມຊາດທີ່ຮ້າຍແຮງ ແລະ ມີການຈັດຕັ້ງ.
ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດກໍ່ຖືວ່າ, ເລື່ອງຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແມ່ນບັນຫາທີ່ບໍ່ສາມາດປະລະໄດ້, ອາດຈະນາບຂູ່ເຖິງຄວາມເປັນຕາຍຂອງໜ່ວຍພິພົບ ຖ້າຫາກໄດ້ຮັບການອະນຸໂລມ ແລະ ເປີດກວ້າງ. IUU ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຂະແໜງສິນໃນນ້ຳເທົ່ານັ້ນ, ຫາກຍັງກໍ່ຄວາມເສຍຫາຍເຖິງສິ່ງແວດລ້ອມອີກດ້ວຍ.